ທະນາຄານໂລກປະກາດ2ບົດລາຍງານກ່ຽວກັບສິ່ງແວດລ້ອມຢູ່ຫວຽດນາມ

ທະນາຄານໂລກປະກາດ2ບົດລາຍງານກ່ຽວກັບສິ່ງແວດລ້ອມຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 20/01, ຢູ່​ຮ່າ​ໂນ້ຍ, ທະນາຄານ​ໂລກ (WB) ປະຈຳ​ຫວຽດນາມ ​ໄດ້​ປະກາດ 2 ບົດ​ລາຍ​ງານທີ່​ວ່າ “ຕີ​ລາຄາ​ຂົງ​ເຂດ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ເຂດ​ຕົວ​ເມືອງ​ພາກພື້ນອາຊີ - ປາຊີ​ຝີ​ກ: ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈຳ​ເປັນ” ​ແລະ “ຕີ​ລາຄາ​ການ​ເຄື່​ອນ​ໄຫວ​ຄຸ້ມ​ຄອງ​ນ້ຳເສຍ​ເຂດ​ຕົວ​ເມືອງ​ຢູ່​ຫວຽດນາມ”. ບັນດາ​ບົດ​ລາຍ​ງານ​ລ້ວນ​ແຕ່​ຢືນຢັນ​ວ່າ ການ​ບໍລິການ​ເຮັດອະນາ​ໄມ​ເຂດ​ຕົວ​ເມືອງ​ຢ່າງ​ໝັ້ນ​ຄົງ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​​ໂຫຍ​ດ​ທີ່ສຳຄັນຢູ່ ຫວຽດນາມ ​ແລະ ​ໃນ​ພາກ​ພື້ນ. ບົດ​ລາຍ​ງານ “ຕີ​ລາຄາ​ການ​ເຄື່​ອນ​ໄຫວ​ຄຸ້ມ​ຄອງ​ນ້ຳເສຍຂດ​ຕົວ​ເມືອງ​ຢູ່​ຫວຽດນາມ” ​ໄດ້​ສຸມ​ໃສ່​ຄົ້ນຄວ້າ​ບັນດາ​ສິ່ງ​ທ້າ​ທາຍ​ເຊິ່ງຫວຽດນາມ ພວ​ມປະ​ເຊີນ​ໜ້າ ຍ້ອນວິວັດ​ການ​ຫັນ​ເປັນ​ຄົວ​ເມືອງ​ເກີດ​ຂຶ້ນ​ຢ່າງ​ແຮງ​​ໄດ້ຖືກ​ກໍ່ມົນ​ລະ​ພິດ​ເຖິງສິ່ງ​ແວດ​ລ້ອມ​​. ​ໃນ 20 ປີຜ່ານມາ, ຫວຽດນາມ ບັນລຸ​ໄດ້​ບັນດາ​ຄວາມ​ກ້າວ​ໜ້າ​ໃນ​ວຽກ​ງານ​ແກ້​ໄຂ​ນ້ຳ​ເສຍ ​ແລະ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ໄດ້​ລົງທຶນ​ເຂົ້າ​ຂົງ​ເຂດ​ດັ່ງກ່າວ​ແຕ່ລະ​ປີ​ປະມານ 500 ລ້ານ USD. ​ແຕ່​ວ່າ ​ເພື່ອ​ຕອບ​ສະໜອງ​ໄດ້​ວິວັດ​ການ​ຫັນ​ເປັນ​ຕົວ​ເມືອງ​ຢ່າງ​ວ່ອງ​ໄວ​ນັ້ນ, ຄາດ​ວ່າ​ແຕ່​ນີ້​ຮອດ​ປີ 2025, ຫວຽດນາມ ຕ້ອງ​ລົງທຶນເຂົ້າ​ຂົງ​ເຂດ​​ບຳບັດນ້ຳດເສຍຂຢູ່ດ​ຕົວ​ເມືອງ​ແຕ່ລະ​ປີ​ປະມານ 8,3 ຕື້ USD. ​ໃນ​ຂະນະ​ນັ້ນ, ບົດ​ລາຍ​ງານ “ຕີ​ລາຄາ​ຂົງ​ເຂດ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ເຂດ​ຕົວ​ເມືອງ​ອາຊີຕາເວັນອອກ - ປາຊີ​ຝີກ: ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈຳ​ເປັນ” ​ໄດ້​ລວບ​ລວມບັນດາ​ການ​ຄົ້ນຄວ້າ​ໂດຍລົງ​ເລິກ​ກ່ຽວ​ກັບ​ບັນຫາ​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ​ເຂດ​ຕົວ​ເມືອງ​ຢູ່ 3 ປະ​ເທດ ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ ​ເຊິ່ງລວມມີ ອີນ​ໂດ​ເນ​ເຊຍ, ຟີ​ລິບ​ປີນ ​ແລະ ຫວຽດນາມ. ບົດ​ລາຍ​ງານ​ໄດ້​ສະ​ເໜີ​ໃຫ້​ບັນດາ​ນັກ​ຄຸ້ມ​ຄອງ​ຕ້ອງ​ພັດທະນາ​ນະ​​ໂຍບາຍ​ສຸມ​ໃສ່​ມະນຸດ; ຊຸກຍູ້​ມາດ​ຕະການ​ແກ້​ໄຂ​ດ້ານ​ເຕັກນິກຢ່າງມີ​ປະສິດທິ​ຜົນ​...

ຂ່າວ/ບົດ​ອື່ນ