ທະນາຄານໂລກປະກາດລະດັບເຕີບໂຕທົ່ວໂລກທີ່ໄດ້ຄາດຄະເນ

(VOVWORLD) -  ວັນທີ 04 ມິຖຸນາ ທະນາຄານໂລກ (WB) ຮັກສາລະດັບເຕີບໂຕທົ່ວໂລກທີ່ໄດ້ໄວ້ຄືເກົ່າ, 

ອີງໃສ່ຄວາມສາມາດໃນການເຄື່ອນໄຫວດ້ານການຄ້າ. ການຄາດຄະເນຄັ້ງໃໝ່ສຸດຂອງທະນາຄານໂລກໃຫ້ຮູ້ວ່າ: ຍອດຜະລິດຕະພັນພາຍໃນ (GDP) ທົ່ວໂລກຈະເຕີບໂຕ 2,7% ໃນປີນີ້ ແລະ ຄາດວ່າບັນລຸ 2,9% ໃນປີ 2018 ສູງກ່ວາເມື່ອທຽບໃສ່ລະດັບ 2,4% ຂອງປີ 2016. ໃນສະພາວະ Brexit ພວມສົ່ງຜົນສະທ້ອນບໍ່ດີເຖິງພື້ນຖານເສດຖະກິດທົ່ວໂລກ, ທະນາຄານໂລກກ່າວເຕືອນຄວາມຂາດສະຖຽນລະພາບໃນປະຈຸບັນ ອາດຈະເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນຫລຸດຜ່ອນລົງ.

ຕອບກັບ

ຂ່າວ/ບົດ​ອື່ນ