ທະນາຄານໂລກສືບຕໍ່ພ້ອມກັບຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາ

(VOVWORLD) ຕອນບ່າຍວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Manuela V. Ferro, ຮອງປະທານທະນາຄານໂລກ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ທ່ານນາງ Mariam J. Sherman, ຜູ້ອຳນວຍການທະນາຄານໂລກຂົງເຂດ ຫວຽດນາມ, ລາວ, ກຳປູເຈຍ ພ້ອມກັບບັນດາເພື່ອນຮ່ວມງານ
ທະນາຄານໂລກສືບຕໍ່ພ້ອມກັບຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາ  - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ Manuela V. Ferro, ຮອງປະທານທະນາຄານໂລກ

     ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ການໜູນຊ່ວຍຂອງທະນາຄານໂລກ ໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ແຕ່ປີ 1993 ມາຮອດປະຈຸບັນ ດ້ວຍຍອດຈຳນວນທຶນຂຶ້ນເຖິງ 24 ຕື້ USD; ຫວັງວ່າທະນາຄານໂລກຈະສືບຕໍ່ຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍປະຕິບັດບັນດາໂຄງການ ແລະ ນະໂຍບາຍຊຸກຍູ້ການເຕີບໂຕແບບຍືນຍົງ, ພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ເສດຖະກິດພູມປັນຍາ... ທ່ານນາຍົກລັດຖະມົນຕີ ຊົມເຊີຍທະນາຄານໂລກ ທີ່ໄດ້ໃຫ້ ຫວຽດນາມ ກູ້ຢືມເງິນ 11 ຕື້ກ່ວາ USD ໃນໄລຍະ 5 ປີຕໍ່ໜ້າ, ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ພື້ນຖານໂຄງລ່າງ ຄົມມະນາຄົມຂະໜາດໃຫຍ່,ພະລັງງານ,ກະສິກຳ….

         ເຫັນດີກັບຄຳເຫັນຂອງທ່ານນາຍົກລັດຖະມົນຕີ Pham Minh Chinh, ທ່ານນາງ Manuela V. Ferro ປາດຖະໜາວ່າ ຈະພ້ອມກັບ ຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາຮອດປີ 2030 ແລະ 2050 ດ້ວຍບັນດາການກະທຳ ແລະ ບັນດາໂຄງການລະອຽດ. ທ່ານນາງຮອງປະທານທະນາຄານໂລກ Manuela V. Ferro ໃຫ້ຮູ້ວ່າ: ທະນາຄານໂລກໄດ້ ແລະ ພວມສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ອົງການສຳນັກງານຂອງຫວຽດນາມ ເພື່ອກວດກາຄືນບັນດາໂຄງການຢ່າງລະອຽດ, ສ້າງຂອບຄູ່ຮ່ວມມື ລະຫວ່າງຫວຽດນາມ - ທະນາຄານໂລກໃນໄລຍະໃໝ່

ຕອບກັບ

ຂ່າວ/ບົດ​ອື່ນ