ທະນາຄານໂລກຫຼຸດການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກໃນປີ 2022

(VOVWORLD) -WB ຖືວ່າ ພື້ນຖານເສດຖະກິດໂລກອາດຈະຜ່ານຜ່າໄລຍະຫຼຸດຄວາມໄວຢ່າງແຮງທີ່ສຸດ, ພາຍຫຼັງການຟື້ນຟູໃນເບື້ອງຕົ້ນຫຼຸດພົ້ນອອກຈາກການຊຸດໂຊມໃນຮອບເວລາ 80 ປີຜ່ານມາ.
ທະນາຄານໂລກຫຼຸດການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກໃນປີ 2022 - ảnh 1(ພາບປະກອບ: THX/TTXVN)

ໃນບົດລາຍງານແງ່ຫວັງເສດຖະກິດທົ່ວໂລກເຊິ່ງປະກາດໃນວັນທີ 07 ມິຖຸນາ, ທະນາຄານໂລກ (WB) ໄດ້ຫຼຸດການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກປີ 2022 ຕື່ມອີກ 1,2 ຄະແນນ, ລົງເຫຼືອພຽງ 2,9%, ພ້ອມທັງກ່າວເຕືອນຄວາມສ່ຽງທີ່ວ່າ ຫຼາຍປະເທດອາດຈະຕົກເຂົ້າສູ່ສະພາບຊຸດໂຊມຢ່າງຮ້າຍແຮງ.

        WB ຖືວ່າ ພື້ນຖານເສດຖະກິດໂລກອາດຈະຜ່ານຜ່າໄລຍະຫຼຸດຄວາມໄວຢ່າງແຮງທີ່ສຸດ, ພາຍຫຼັງການຟື້ນຟູໃນເບື້ອງຕົ້ນຫຼຸດພົ້ນອອກຈາກການຊຸດໂຊມໃນຮອບເວລາ 80 ປີຜ່ານມາ. ບົດລາຍງານກໍ່ເນັ້ນໜັກວ່າ ການປະທະກັນ ພ້ອມກັບບັນດາຜົນສະທ້ອນຈາກໂລກລະບາດໂຄວິດ -19 ໄດ້ເຮັດໃຫ້ເສດຖະກິດທົ່ວໂລກອາດຈະກ້າວເຂົ້າສູ່ໄລຍະເຕີບໂຕອ່ອນດ້ອຍແກ່ຍາວ ແລະ ໄພເງິນເຟີ້ເພີ່ມຂຶ້ນ.

        ບົດລາຍງານແງ່ຫວັງເສດຖະກິດທົ່ວໂລກ ກໍ່ຄາດຄະເນການເຕີບໂຕເສດຖະກິດຢູ່ບັນດາພື້ນຖານເສດຖະກິດພັດທະນາ ອາດຈະຫຼຸດລົງຢ່າງແຮງ ເຫຼືອພຽງ 2,6% ໃນປີ 2022 ແລະ ຍັງເຫືຼອພຽງ 2,2% ໃນປີ 2023. ໃນຂະນະນັ້ນ, ການເຕີບໂຕຢູ່ບັນດາພື້ນຖານເສດຖະກິດພວມພັດທະນາ ແລະ ຫາກໍພົ້ນເດັນພຽງບັນລຸ 3,4% ໃນປິ 2022.

ຕອບກັບ

ຂ່າວ/ບົດ​ອື່ນ