ທະນາຄານໂລກຫນູນຊ່ວຍບໍລິການສາທາລະນະສຸກ,ຄົ້ນຄ້ວາວິທະຍາສາດແລະເຕັກໂນໂລຊີໃຫ້ແກ່ຫວຽດນາມ

ທະນາຄານໂລກຫນູນຊ່ວຍບໍລິການສາທາລະນະສຸກ,ຄົ້ນຄ້ວາວິທະຍາສາດແລະເຕັກໂນໂລຊີໃຫ້ແກ່ຫວຽດນາມ - ảnh 1


(vovworld) - ຄະນະ​ອຳນວຍ​ການ​ທະນາຄານ​ໂລກ(WB) ຫາ​ກໍ່​ຮັບຮອງ​ເອົາ​ບ້ວງ​ສິນ​ເຊື່ອ​ຈາກ​ສະຫະ​ສະມາຄົມ​ພັດທະນາ​ສາກົນ(IDA) ດ້ວຍ​ຍອດ​ມູນ​ຄ່າ 250 ລ້ານ USD ​ໃຫ້​ແກ່​ໂຄງການ​ຫນູນ​ຊ່ວຍ​ສາທາລະນະ​ສຸກ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ​ແລະ ​ໂຄງການ​ຊຸກຍູ້​ການ​ປະດິດ​ສ້າງ​ຜ່ານ​ການ​ຄົ້ນ​ຄ້ວາ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ຕາມ​ນັ້ນ​ແລ້ວ, ​ໂຄງການ​ຫນູນ​ຊ່ວຍ​ສາທາລະນະ​ສຸກ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ໄດ້​ຮັບ​​ເງິນ​ຫນູນ​ຊ້ວຍ 150 ລ້ານ USD ​ດ້ວຍ​ຈຸດປະສົງ​​ແມ່ນສະຫນອງ​ບັນດາ​ບໍລິການ​ສາທາລະນະ​ສຸກ​ດີກ​ວ່າ​ໃຫ້​ແກ່ 15 ລ້ານ​ຄົນ ພິ​ເສດ​ແມ່ນ​ເດັກນ້ອຍ ​ແລະ ​ແມ່ຍິງ, ຍົກ​ສູງ​ປະສິດທິ​ຜົນ​ການ​ນຳ​ໃຊ້​ບໍລິການ​ທີ່​ໂຮງໝໍ​ ຢູ່ 13 ​ແຂວງ​ທິດ​ຕາ​ເວັນ​ອອກສຽງ​ເຫນືອ ​ແລະ ​ເຂດ​ທົ່ງພຽງ​ພາກ​ເຫນືອ.

        ​ໂຄງການ​ຊຸກຍູ້​ການ​ປະດິດ​ສ້າງ​ຜ່ານ​ການ​ຄົ້ນ​ຄ້ວາ, ວິທະຍາສາດ ​ແລະ​ເຕັກ​ໂນ​ໂລ​ຊີ​ດ້ວຍ​ບ້ວງ​ສິນ​ເຊື່ອ 100 ລ້ານ USD ​ເພື່ອ​ຫນູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ປະດິດສ້າງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຢູ່​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ