ທະນາຄານໂລກອັບເດັດສະພາບເສດຖະກິດອາຊີຕາເວັນອອກ - ປາຊີຟິກ ແລະ ຕີລາຄາກ່ຽວກັບເສດຖະກິດ ຫວຽດນາມ

(VOVWORLD) - ການເຕີບໂຕຢູ່ບັນດາພື້ນຖານເສດຖະກິດພວມພັດທະນາຢູ່ພາກພື້ນອາຊີຕາເວັນອອກ - ປາຊີຟິກຫລຸດແຕ່ 6,3% ໃນປີ 2018 ລົງ 5,8% ໃນປີ 2019 ແລະ ສືບຕໍ່ຫລຸດລົງຢູ່ໃນລະດັບ 5,7% ແລະ 5,6% ໃນປີ 2020 ແລະ 2021, ຍ້ອນການເຕີບໂຕສົ່ງອອກ ແລະ ບັນດາການເຄື່ອນໄຫວປະດິດສ້າງ, ການປຸງແຕ່ງຫລຸດລົງພ້ອມກັນ. 

ກຳລັງຄວາມຕ້ອງການໃນທົ່ວໂລກຫລຸດລົງ ແລະ ສະພາບບໍ່ຄົງທີ່ເພີ່ມຂຶ້ນ ຍ້ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ພວມດຳເນີນໄປ ເຮັດໃຫ້ການເຕີບໂຕສົ່ງອອກ ແລະ ການລົງທຶນລ້ວນແຕ່ຫລຸດລົງ. ນີ້ແມ່ນບັນດາການຕີລາຄາທີ່ໄດ້ຍົກອອກໃນບົດລາຍງານອັບເດັດສະພາບເສດຖະກິດອາຊີຕາເວັນອອກ - ປາຊີຟິກຂອງທະນາຄານໂລກ (WB) ດ້ວຍຫົວຂໍ້ວ່າ “ຮັບມືກັບຄວາມສ່ຽງ” ປະກາດໃນວັນທີ 10 ຕຸລາ.

ທະນາຄານໂລກອັບເດັດສະພາບເສດຖະກິດອາຊີຕາເວັນອອກ - ປາຊີຟິກ ແລະ ຕີລາຄາກ່ຽວກັບເສດຖະກິດ ຫວຽດນາມ - ảnh 1 ທະນາຄານໂລກອັບເດັດສະພາບເສດຖະກິດອາຊີຕາເວັນອອກ - ປາຊີຟິກ ແລະ ຕີລາຄາກ່ຽວກັບເສດຖະກິດ ຫວຽດນາມ

        ກ່ຽວກັບສະພາບການເສດຖະກິດ ຫວຽດນາມ, WB ຄາດຄະເນວ່າ ຫວຽດນາມ ເຕີບໂຕ 6,6% ໃນປີນີ້, ດ້ວຍແງ່ຫວັງຕັ້ງໜ້າໃນໄລຍະກາງ ແລະ ການເຕີບໂຕຂອງປີ 2020 ຈະຢູ່ໃນລະດັບ 6,5% ຫລຸດລົງໜ້ອຍໜຶ່ງຍ້ອນການເຕີບໂຕສົ່ງອອກຊ້າລົງ ແລະ ການຜະລິດກະສິກຳຫລຸດລົງ. ທ່ານ Jacques Morisset ຫົວໜ້ານັກຊ່ຽວຊານເສດຖະກິດຂອງທະນາຄານໂລກປະຈຳ ຫວຽດນາມ ຖືວ່າ: ໃນສະພາບພາຍນອກພວມມີສິ່ງທ້າທາຍຫລາຍຢ່າງຄືປັດຈຸບັນ, ຫວຽດນາມ ແມ່ນຈຸດພົ້ນເດັ່ນໃນພາກພື້ນ.

        ເມື່ອຕີລາຄາກ່ຽວກັບກະແສເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າ ຫວຽດນາມ ໃນ 9 ເດືອນຕົ້ນປີ, ຜູ້ຕາງໜ້າ WB ຖືວ່າ: ຫວຽດນາມ ຍັງຄົງດຶງດູດນັກລົງທຶນຕ່າງປະເທດຫລາຍກ່ວາປະເທດອື່ນໃນພາກພື້ນ. ເຖິງຢ່າງໃດກໍ່ຕາມ, ທ່ານ Jacques Morisset ຍັງຕີລາຄາວ່າ “ການເຊື່ອມຕໍ່ລະຫວ່າງ FDI ແລະ ພາກເອກະຊົນ ຫວຽດນາມ ຍັງອ່ອນແອຢູ່”, ພ້ອມທັງ ຫວັງວ່າ ລັດຖະບານຈະມີມາດຕະການທີ່ເໝາະສົມເພື່ອແກ້ໄຂບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ