ທະນາຄານໂລກແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ

ທະນາຄານໂລກແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວູວັນ​ນິງ
ຕ້ອນຮັບ​ທ່ານ​ນາງ Victoria Kwakwa​ ຜູ້ອຳ​ນວຍ​ WB
(ພາບ: vietnamplus.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 16/01, ທີ່​ການ​ຕ້ອນຮັບ​ທ່ານ​ນາງ Victoria Kwakwa​ ຜູ້ອຳ​ນວຍ​ການ​ທະນາຄານ​ໂລກ (WB) ປະຈຳ​ຫວຽດນາມ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວູວັນ​ນິງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄຳ​​ປຶກສາ​ດ້ານ​ນະ​ໂຍບາຍ ກໍ​ຄື​ໜູນ​ຊ່ວຍ​ກ່ຽວ​ກັບ​​ແຫຼ່ງກຳລັງ​ຂອງ WB ທີ່​ມີ​ຕໍ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ເຄົາລົບ, ຮັບ​ຟັງ​ຄຳ​ປຶກສາ, ຈາກ​ນັ້ນ​ໄດ້​ຖື WB ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ ​ແລະ ຍາວ​ນານ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ ວູວັນ​ນິງ ກໍ​ຊີ້​ແຈ້ງວ່າ ລັດຖະບານ​ຫວຽດນາມ ຕັດສິນ​ໃຈຜັນ​ຂະຫຍາຍການ​ສ້າງ​ໂຄງ​ປະກອບ​ບັນດາ​ອົງການ​ສິນ​ເຊື່ອ ​ແລະ ວິ​ສາ​ຫະກິດຢ່າງ​ຂ້ຽວຂາດ, ວ່ອງ​ໄວ. ທ່ານ​ນາງ Victoria Kwakwa ​ໄດ້​ຊົມ​ເຊີຍ​ຖະ​ແຫຼ​ງການ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ການ​ຍູ້​ແຮງ​ການ​ປະຕິ​ຮູບ​ໃນ​ຂົງ​ເຂດ​ການ​ເງິນ ​ແລະ ລັດວິ​ສາ​ຫະກິດ​​ ທີ່​ມີ​ຕໍ່​ບັນດາ​ຄາດໝາຍ​ລະອຽດ​ໃນ​ປີ 2013 ແລະ ສະ​ແດງ​ຄວາມ​ປາດ​ຖະໜາຍາກ​ສືບ​ຕໍ່​ການ​ໜູນ​ຊ່ວຍຍູ້​ໄວ​ວິວັດ​ການ​ນິ້.

ຂ່າວ/ບົດ​ອື່ນ