ທະນາຄານໂລກໃຫ້ຄຳໝັ້ນສັນຍາສະໜັບສະໜູນຫວຽດນາມໃນວິວັດແຫ່ງການພັດທະນາ

ທະນາຄານໂລກໃຫ້ຄຳໝັ້ນສັນຍາສະໜັບສະໜູນຫວຽດນາມໃນວິວັດແຫ່ງການພັດທະນາ - ảnh 1
ທ່ານ​ເລຂາທິການ​ໃຫຍ່ຫງວຽນ​ຟູ໋ຈ້ອງ ​ໃຫ້ການ​ຕ້ອນຮັບ
​ປະທານ​ທະນາຄານ​ໂລກJim Yong Kim

(vovworld) - ຕອນ​ບ່າຍ​ວັນ​ທີ 23/2, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Jim Yong Kim, ປະທານ​ທະນາຄານ​ໂລກ​ທີ່​ພວມ​ຢູ່​ຢ້ຽມຢາມ ​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ, ຫວຽດນາມ​ຈະ​ສືບ​ຕໍ່​ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ຄົບ​ຊຸດ, ສູ້​ຊົນ​ນຳ​ປະ​ເທດ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ທະນາຄານ​ໂລກ ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ ຫວຽດນາມ​ກວ່າ​ອີກ, ປະກອບສ່ວນ​ຊ່ວຍ​ ຫວຽດນາມ​ປະຕິບັດ​ສຳ​ເລັດ​ຄາດໝາຍ​ສັງ​ລວມ ​ແລະ ບັນດາ​ໜ້າ​ທີ່​ເສດຖະກິດ - ສັງຄົມ​ທີ່​ໄດ້​ວາງ​ອອກ ກໍ່​ຄື​ທິດ​ທາງ​ພັດທະນາ​ໃນ​ບົດ​ລາຍ​ງານ​ຂອງ ​ຫວຽດນາມ​ເຖິງ​ປີ 2035. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ທະນາຄານ​ໂລກ ​ແລະ ທ່ານ​ປະທານ​ເອງ​ໃຫ້ການ​ໜູນ​ຊ່ວຍ ​ແລະ ສະໜັບສະໜູນ​, ​ເພື່ອ​ໃຫ້ ຫວຽດນາມສືບ​ຕໍ່​ໄດ້​ຮັບ​ບ້ວງ​ເງິນ​ກູ້​ຢືມ​ພິ​ເສດ​ຈາກ​ສະຫະ​ສະມາຄົມ​ພັດທະນາ​ສາກົນ (IDA) ​​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ ​ແລະ ສະພາບ​ຂອງ​ຫວຽດນາມ

        ສ່ວນ​ທ່ານ​ປະທານ Jim Yong Kim ກໍ່​ຢືນຢັນ​ວ່າ, ທະນາຄານ​ໂລກ ຈະ​ສືບ​ຕໍ່​ສະໜອງ​ການ​ໜູນ​ຊ່ວຍ​ທີ່​ຈຳ​ເປັນ, ພິ​ເສດ​ແມ່ນ​ຄວາມ​ມານະ​ພະຍາຍາມ​​​ເກ້​ຍກ່ອມ​ບັນດາ​ອົງການ​ການ​ເງິນ​ສາກົນ​ສະໜອງ​ແຫຼ່ງທຶນ​ພິ​ເສດ, ປະກອບສ່ວນ​ຊ່ວຍ ​ຫວຽດນາມ​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ, ຮັກສາສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ​ໃຫ້​ເໝາະ​ສົມ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ​ທີ່​ໄດ້​ວາງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ