ທະນາຄານໂລກໜູນຊ່ວຍ ດ່າໜັງ 72,52 ລ້ານ USD ເພື່ອລົງທຶນພັດທະນາພື້ນຖານໂຄງລ່າງ

(VOVWORLD) - ທ້າຍອາທິດຜ່ານມາ, ຄະນະອຳນວຍການຝ່າຍບໍລິຫານທະນາຄານໂລກໄດ້ອະນຸມັດບ້ວງສິນເຊື່ອເພີ່ມເຕີ່ມ 72,52 ລ້ານ USD ຈາກທຶນເພີ່ມເຕີ່ມ IDA ເພື່ອໜູນຊ່ວຍການລົງທຶນພື້ນຖານໂຄງລ່າງໃຫ້ ດ່າໜັງ ເຊິ່ງແມ່ນນະຄອນພວມພັດທະນາຢູ່ພາກກາງ ຫວຽດນາມ.
ທະນາຄານໂລກໜູນຊ່ວຍ ດ່າໜັງ 72,52 ລ້ານ USD ເພື່ອລົງທຶນພັດທະນາພື້ນຖານໂຄງລ່າງ - ảnh 1ນະຄອນ ດ່າໜັງ 

ດ່າໜັງແມ່ນນະຄອນໃຫຍ່ອັນດັບທີ 4 ຢູ່ ຫວຽດນາມ, ດ່າໜັງ ໄດ້ຮັບການຕີລາຄາຈາກທະນາຄານໂລກວ່າແມ່ນນະຄອນມີແຜນຜັງ ແລະ ມີການຄຸ້ມຄອງດີ, ດ້ວຍຄຳໝັ້ນສັນຍາຢ່າງແຮງເພື່ອກາຍເປັນ “ນະຄອນຂຽວ” ໃນປີ 2025. ບ້ວງສິນເຊື່ອເພີ່ມເຕີ່ມດັ່ງກ່າວ ເພື່ອແນໃສ່ໜູນຊ່ວຍເປີດກ້ວາງໂຄງການພັດທະນາ ນະຄອນດ່າໜັງກໍ່ສ້າງລະບົບເຊື່ອມຕໍ່ລະບາຍນ້ຳເສຍຕ່າງຫາກແບບຍືນຍົງ - ດັ່ງນັ້ນ ຈຶ່ງຫລຸດຜ່ອນຄວາມສ່ຽງກ່ຽວກັບມົນລະພິດສິ່ງແວດລ້ອມກັບເຂດທ່ອງທ່ຽວທະເລ ໝີອານ - ໝີເຄ ໄດ້. 

ຕອບກັບ

ຂ່າວ/ບົດ​ອື່ນ