ທະນາຄານໂລກໜູນຊ່ວຍການສ້າງບົດລາຍງານປະຊາກອນຫວຽດນາມວິໄສທັດຮອດປີ2035

ທະນາຄານໂລກໜູນຊ່ວຍການສ້າງບົດລາຍງານປະຊາກອນຫວຽດນາມວິໄສທັດຮອດປີ2035 - ảnh 1
ທະນາຄານໂລກໜູນຊ່ວຍການສ້າງ
ບົດລາຍງານປະຊາກອນຫວຽດນາມວິໄສທັດຮອດປີ2035
(ພາບ: TTXVN)


(vovworld) – ວັນ​ທີ 11/09, ທີ່​ການ​ເຮັດ​ວຽກ​ກັບ​ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ, ທ່ານ​ນາງ Victoria Kwa Kwa, ຜູ້​ອຳນວຍ​ການ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ, ປີ 2014, ປະທານ​ທະນາຄານ​ໂລກ​ໄດ້​ມາ​ຫວຽດນາມ, ​ເປັນ​ເອກະພາບ​ສ້າງ​ບົດລາຍ​ງານ​ປະຊາ​ກອນ​ຫວຽດນາມ ວິ​ໄສ​ທັດ​ຮອດ​ປີ 2035 ​ແລະ ປະຈຸ​ບັນ​ພວມ​ສ້າງ​ບົດ​ລາຍ​ງານ​ພາຍ​ໃຕ້​ການ​ຊີ້​ນຳ ນຳພາ​ຂອງ​ທ່ານ​ຮອງ​ນາຍົກລັດຖ​ະມົນຕີ ຫວູດຶກ​ດາມ; ອົງການ​ປະສານ​ງານ​ແມ່ນ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ພັດທະນາ, ກະຊວງ​ແຜນການ ​ແລະ ການ​ລົງທຶນ. ຄາດ​ວ່າ​ໃນ​ທ້າຍ​ປີ 2015, ປະທານ​ທະນາຄານ​ໂລກ ຈະ​ມາ​ຫວຽດນາມ ​ເພື່ອ​ລາຍ​ງານ​ກ່ຽວ​ກັບ​ບັນຫາ​ນີ້. ທ່ານ​ນາງ Victoria Kwa Kwa ຊີ້​ແຈ້​ງວ່າ: ບົດ​ລາຍ​ງານ​ປະຊາກອນ ວິ​ໄສ​ທັດ​ຮອດ​ປີ 2035 ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ຍິງ ບໍ່​ພຽງ​ແຕ່​ສຳລັບ​ທະນາຄານ​ໂລກ ປະ​ຈຳ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ສຳລັບ​ທະນາຄານ​ໂລກ ປະ​ຈຳ​ອາ​ເມ​ລິ​ກາ ອີກ​​ດ້ວຍ.

ຂ່າວ/ບົດ​ອື່ນ