ທະນາຄານໜູນຊ່ວຍຄ່າດອກເບ້ຍຊ່ວຍຊາວປະມົງເດີນເຮືອຫາປາຢູ່ທະເລ

ທະນາຄານໜູນຊ່ວຍຄ່າດອກເບ້ຍຊ່ວຍຊາວປະມົງເດີນເຮືອຫາປາຢູ່ທະເລ - ảnh 1
(ຜູ້​ວ່າການ​ທະນະ​ຄານ​ແຫ່ງ​ລັດ​ຫວຽດນາມ ຫງວຽນ​ວັນ​ບິ່ງ)

(vovworld) – ​“​ເພື່ອ​ຊ່ວຍຊາວ​ປະມົງເດີນທະເລທັງ​ຂຸດ​ຄົ້ນ​ສິນໃນນ້ຳ ທັງ​ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ, ​ເລື່ອງ​ໜູນ​ຊ່ວຍ​ທຶນ​ຮອນເພື່ອ​ສ້ອມ​ແປງກຳ​ປັ່ນ​ເກົ່າ, ຕໍ່​ກຳ​ປັ່ນ​ໃໝ່​ທີ່​ມີ​ຄວາມ​ແຮງ​ສູງ​ກວ່ານັ້ນ, ​ລະບົບ​ທະ​ນາ​ຄານ​​ພວມເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ”. ນີ້​ແມ່ນ​ຂໍ້ມູນ​ເຊິ່ງຜູ້​ວ່າການ​ທະນະ​ຄານ​ແຫ່ງ​ລັດ​ຫວຽດນາມ ຫງວຽນ​ວັນ​ບິ່ງ ຍົກ​ອອກ​ມາຢູ່​ນອກ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພ​າ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ຜູ້​ວ່າການ​ທະນະ​ຄານ​ແຫ່ງ​ລັດ ຫງວຽນ​ວັນ​ບິ່ງ ​ໃຫ້​ຮູ້​ວ່າ: ລັດ​ຈະ​ພ້ອມ​ກັບ​ບັນດາ​ທະນາຄານ​ການ​ຄ້າ​ສະ​ຫງວນບ້ວງ​ສິນ​ເຊື່ອ 10.000 ຕື້​ດົງ ​ເພື່ອໜູນ​ຊ່ວຍ​ຊາວ​ປະມົງ, ພິ​ເສດ ທະນາຄານ​ແຫ່ງ​ລັດພວມ​ພິຈາລະນາ​ບັນດາ​ຮູບ​ແບບ​ໃຫ້​ຊາວ​ປະມົງ​ກູ້​ຍື່ມທຶນ​ດ້ວຍ​ຄ່າ​ດອກ​ເບ້ຍ 0%. ຜູ້​ວ່າການ​ທະນະ​ຄານ​ແຫ່ງ​ລັດ​ ຫງວຽນ​ວັນ​ບິ່ງ ​ໃຫ້​ຮູ້ວ່າ.

        “ກ່ຽວ​ກັບ​ບ້ວງ​ເງິນ​ໃຫ້​ບຸລິມະສິດ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ​ໄດ້​ມອບ​ໜ້າ​ທີ່​ໃຫ້​ກະຊວງ​ກະ​ສິກຳ ​ແລະ ພັດທະນາ​ຊົນນະບົດ ​ເປັນ​ເຜູ້ຮັບຜິດຊອບຮຽບຮຽງ​ດຳລັດ​ຂອງ​ລັດຖະບານ ກ່ຽວ​ກັບ​ບັນ​ຫາ​ດັ່ງກ່າວ ​ແລະ ​ໃນ​ກອງ​ປະຊຸມຜ່ານມາຂອງ​ລັດຖະບານ​ ຮ່າງ​ດຳລັດ​ໃນເບື້ອງ​ຕົ້ນ​ໄດ້​ຮັບ​ການ​ປຶກສາ​ຫາລື. ລັດຖະບານ​ໄດ້​ສະຫຼຸບວ່າ ຕ້ອງຍູ້​ແຮງ​ການ​ຮຽບຮຽງ​ດຳລັດ​ດັ່ງກ່າວ ​ເພື່ອ​ມີ​ກອບ​ກົດໝາຍ​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ຜັນ​ຂະຫຍາຍ​ໃຫ້​ຊາວ​ປະມົງ​ປະຕິບັດຢ່າງ​ມີ​ປະສິດທິ​ຜົນ.​”

ຂ່າວ/ບົດ​ອື່ນ