ທະນາຍຄວາມອາເມລິກາສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກ ທາດພິດ ດີໂອຊິນຫວຽດນາມ

ທະນາຍຄວາມອາເມລິກາສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກ ທາດພິດ ດີໂອຊິນຫວຽດນາມ - ảnh 1
ນັກຂ່າວ VOV ພົບປະກັບນັກ​ທະນາຍຄວາມ Jeanne Mirer

Vovworld-  ການ​ຕໍ່​ສູ້​ເພື່ອ​ຄວາມ​ຍຸ​ຕິ​ທຳ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນຫວຽດນາມ ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ແຂງ​​ແຮງ​ຈາກ​ວົງ​ຄະນະ​ຍາດ​ສາກົນ, ​ໃນ​ນັ້ນ​ມີ​ບັນດາ​ເພື່ອນ​ມິດ​ອາມ​າເລິ​ກາ. ຫວ່າງ​ແລ້ວ​ນີ້, ຮ່າງ​ກົດໝາຍ​ສະບັບ​ໜຶ່ງ​ຊຶ່ງ​ຮຽກຮ້ອງ​ລັດຖະບານ ອາ​ເມ​ລິ​ກາ ຈົ່ງ​ໜູນ​ຊ່ວຍ ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ ທາດ​ພິດ​ສີ​ສົ້ມ ​ແລະ ກຳຈັດ, ທຳ​ຄວາມ​ສະອາດ​ຢູ່​ບັນດາ​ເຂດ​ຖືກຕິດທາດ​ພິດ​ສີ​ສົ້ມ​/ດີ​ໂອ​ຊິນ ໃນ​ປະ​ເທດ​ຫວຽດນາມ ​ໄດ້​ຖືກ​ນຳ​ສະ​ເໜີ​ຢູ່​ທີ່​ສະພາ​ຕ່ຳ ອາ​ເມ​ລິ​ກາ. ນັກ​ທະນາຍຄວາມ Jeanne Mirer ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ລິ​ເລີ່ມຮຽບຮຽງ​ຮ່າງ​ກົດໝາຍ​ດັ່ງກ່າວຢືນຢັນວ່າ : ນີ້​ການ​ຕໍ່​ສູ້​ທີ່​ຍາວ​ນານ, ​ແຕ່​ນາງ​ເອງ ​ແລະ ​ເພື່ອນ​ມິດ ອາ​ເມ​ລິ​ກາ​ຫຼາຍ​ຄົນ​ຈະ​ສືບ​ຕໍ່​ທຳ​ການ​ຕໍ່ສູ້​ເພື່ອ​ໄຊຊະນະ​ສຸດ​ທ້າຍ. ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ຮ່າງກົດໝາຍທີ່​ ຖືກ​ນຳ​ສະ​ເໜີ​ຢູ່​ທີ່​ສະພາ​ຕ່ຳ ອາ​ເມ​ລິ​ກາ,  ນັກ​ທະນາຍຄວາມ Jeanne Mirer ​ໃຫ້​ຮູ້​ວ່າ : 

    “ ຮ່າງ​ກົດໝາຍ​ແມ່ນ​ເລັ່ງ​ໃສ່ 3 ກຸ່ມຄື: ທະຫານ​ຜ່ານ​ເສິກອາ​ເມ​ລິ​ກາ, ຊາວອາ​ເມ​ລິ​ກາ​ເຊື້ອ​ຊາດ​ຫວຽດນາມ ​ແລະ ຊາວ​ຫວຽດນາມ. ດ້ວຍ​ເລື່ອງ​ຄວບ​ເອົາ​ທັງ 3 ກຸ່ມ​ດັ່ງກ່າວ​​ເຂົ້າເປັນ​ໜຶ່ງ, ພວກ​ເຮົາ​ຈະ​​ໄດ້ຮັບການ​ສະໜັບສະໜູນ​ຈາກ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ​ຫຼາຍ​ກ່ວາ ​ເຖິງ​ແມ່ນ​ວ່າ ມາ​ຮອດ​ປະຈຸ​ບັນ, ​ເບ​ິ່ງຄື​ວ່າສະພາ​ແຫ່ງ​ຊາດຍັງ​ບໍ່​ທັນ​ເຮັດ​ໄດ້​ຫຍັງ​ຫຼາຍ. ນີ້​ແມ່ນ​ການ​ຕໍ່ສູ້​ຍາວ​ນານ. ພວກ​ເຮ​ົາອາດ​ຈະ​ບໍ່​ປະສົບ​ຜົນສຳ​ເລັດ​ໃນ​ປີ​ນີ້ ​ແຕ່​ຫວັງ​ວ່າ ຈະ​ບັນລຸ​ໄດ້​ເປົ້າໝາຍ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້ ”

ຂ່າວ/ບົດ​ອື່ນ