ທະຫານ ອາເມລິກາ ເລີ່ມຖອນກຳລັງອອກຈາກ ຊີຣີ

(VOVWORLD) - “ພວກຂ້າພະເຈົ້າໄດ້ຫັນປ່ຽນໄປສູ່ໄລຍະຕໍ່ໄປຂອງບັ້ນຮົບ ແລະ ເລີ່ມຖອນກຳລັງທະຫານ ອາເມລິກາ ກັບເມືອປະເທດ”

ວັນທີ 19 ທັນວາ, ທ່ານນາງ Sarah Sanders, ໂຄສົກທຳນຽບຂາວ ໃຫ້ຮູ້ວ່າ, ກອງທັບ ອາເມລິກາ ໄດ້ເລີ່ມກັບເມືອປະເທດ ພາຍຫຼັງທີ່ປະຕິບັດໜ້າທີ່ຕໍ່ສູ້ຕ້ານອົງການ IS ຢູ່ ຊີຣີ. ໃນຖະແຫຼງການໜຶ່ງ, ທ່ານນາງ Sanders ໄດ້ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າໄດ້ຫັນປ່ຽນໄປສູ່ໄລຍະຕໍ່ໄປຂອງບັ້ນຮົບ ແລະ ເລີ່ມຖອນກຳລັງທະຫານ ອາເມລິກາ ກັບເມືອປະເທດ”. ຕາມທ່ານນາງ Sanders ແລ້ວ, ໄຊຊະນະຢູ່ ຊີຣີ ບໍ່ແມ່ນການສິ້ນສຸດຂອງກຳລັງປະສົມຕ້ານ IS ໂດຍ ອາເມລິກາ ນຳໜ້າ. ທ່ານນາງ Sanders ຢັ້ງຢືນວ່າ ອາເມລິກາ ແລະ ບັນດາປະເທດພັນທະມິດຍັງຄົງສືບຕໍ່ຮ່ວມມືກັນໃນບັ້ນຮົບຕ້ານ IS.

        ແລະກໍ່ໃນວັນດຽວກັນ, ທ່ານ Danny Danon, ເອກອັກຄະລັດຖະທູດ ອິດສະຣາແອັນ ປະຈຳ ສປຊ ໄດ້ຖະແຫຼງວ່າ ປະເທດນີ້ຈະສືບຕໍ່ຕໍ່ສູ້ຕ້ານຄືນກອງທັບ ອີຣານ ຢູ່ ຊີຣີ, ນັບທັງເມື່ອ ອາເມລິກາ ຖອນກຳລັງອອກຈາກປະເທດ ຕາເວັນອອກກາງ. ຕາມທ່ານ Danon ແລ້ວ, ອິດສະຣາແອັນ ຈະເດີນຕາມນະໂຍບາຍບໍ່ປະໃຫ້ ອີຣານ ກໍ່ສ້າງຖານທີ່ໝັ້ນຢູ່ໃກ້ກັບຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ