ທະຫານ ແລະ ປະຊາຊົນເທດສະບານ ເຈື່ອງຊາ ມຸ່ງໄປເຖິງກອງປະຊຸມໃຫຍ່ຂອງພັກ

(VOVWORLD) - ພະນັກງານ, ນັກຮົບ, ປະຊາຊົນເທດສະບານເຈື່ອງຊາ, ເມືອງ ເຈື່ອງຊາ, ແຂວງ ແຄ໊ງຮ່ວາ ໄດ້ຍູ້ແຮງການເຄື່ອນໄຫວແຂ່ງຂັນ, ໂຄສະນາ, ຈຸດສຸມແມ່ນການປຸກລະດົມຂະບວນການແຂ່ງຂັນດ້ວຍຫົວຂໍ້ທີ່ວ່າ “ສ້າງຜົນງານເພື່ອມອບໃຫ້ພັກ”
ທະຫານ ແລະ ປະຊາຊົນເທດສະບານ ເຈື່ອງຊາ ມຸ່ງໄປເຖິງກອງປະຊຸມໃຫຍ່ຂອງພັກ - ảnh 1ທະຫານເທດສະບານ ເຈື່ອງຊາ

  ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ພະນັກງານ, ນັກຮົບ, ປະຊາຊົນເທດສະບານເຈື່ອງຊາ, ເມືອງ ເຈື່ອງຊາ, ແຂວງ ແຄ໊ງຮ່ວາ ໄດ້ຍູ້ແຮງການເຄື່ອນໄຫວແຂ່ງຂັນ, ໂຄສະນາ, ຈຸດສຸມແມ່ນການປຸກລະດົມຂະບວນການແຂ່ງຂັນດ້ວຍຫົວຂໍ້ທີ່ວ່າ “ສ້າງຜົນງານເພື່ອມອບໃຫ້ພັກ”. ພັນເອກ ດິງວັນເກືອງ, ຫົວໜ້າການເມືອງເກາະ ເຈື່ອງຊາ, ທັງເປັນປະທານສະພາປະຊາຊົນເທດສະບານເຈື່ອງຊາ ຢັ້ງຢືນວ່າ:

     “ບໍ່ວ່າຢູ່ໃນສະພາບການໃດ, ພະນັກງານ, ນັກຮົບ, ປະຊາຊົນ, ບັນດາກຳລັງຢູ່ເກາະເຈື່ອງຊາ ຍາມໃດກໍ່ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ລະບອບສັງຄົມນິຍົມ, ສາມັກຄີເປັນຈິດໜຶ່ງໃຈດຽວ, ຕັ້ງໜ້າ ແລະ ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ໄດ້ຮັບມອບໝາຍໃຫ້ສຳເລັດເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ