ທະຫານປົດປ່ອຍປະຊາຊົນຈີນປະຕິບັດໜ້າທີ່ຕ້ານກໍ່ການຮ້າຍຢູ່ຕ່າງປະເທດ

ທະຫານປົດປ່ອຍປະຊາຊົນຈີນປະຕິບັດໜ້າທີ່ຕ້ານກໍ່ການຮ້າຍຢູ່ຕ່າງປະເທດ - ảnh 1
ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ (PLA)
(ພາບ: ອິນເຕີແນັດ)

(vovworld) - ຕາມ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ກໍ່​ການ​ຮ້າຍ ​ເຊິ່ງສະພາ​ແຫ່ງ​ຊາດ​ ຈີນ​ໄດ້​ຮັບຮອງ​ເອົາ​ເມື່ອ​ຕອນ​ບ່າຍ​ວັນ​ທີ 27/12 ​ແລ້ວ, ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ (PLA) ຈະ​ມີ​ສິດ​ເຂົ້າ​ຮ່ວມ​ບັ້ນ​ຮົບ​ຕ້ານກໍ່​ການ​ຮ້າຍຢູ່​ຕ່າງປະ​ເທດ. ​ເປັນ​ອັນວ່າ, ທະຫານ​ປົດ​ປ່ອຍປະ​ຊາ​ຊົນ​ ​ແລະ ກຳລັງ​ຕຳຫຼວດ​ປະກອບ​ອາວຸດ​ ຈີນສາມາດ​ປະຕິບັດ​ໜ້າ​ທີ່​ຕ້ານ​ກໍ່​ການ​ຮ້າຍ​ຢູ່​ຕ່າງປະ​ເທດ, ຖ້າ​ຫາກ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ​ຈີນ​ເຫັນ​ດີ. ວົງ​ການ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ກໍ່​ສາມາດ​ແຕ່ງ​ຕັ້ງ​ຄົນ​ໄປ​ຕ່າງປະ​ເທດ​ເພື່ອ​ປະຕິບັດ​ໜ້າ​ທີ່​ຕ້ານ​ກໍ່​ການ​ຮ້າຍ​ໄດ້, ​ຖ້າ​ຫາກໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ລັດຖະບານ ພ້ອມ​ກັບ​ບັນດາ​ຂໍ້​ຕົກລົງທີ່​ໄດ້​ຮັບ​ການ​ລົງ​ນາມ​ກັບ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ.

ຂ່າວ/ບົດ​ອື່ນ