ທະຫານປ້ອງກັນຊາຍແດນ ຫວຽດນາມ - ລາວ ເພີ່ມທະວີການປົກປັກຮັກສາຊາຍແດນ ແລະ ຕ້ານອາດຊະຍາກຳ

ທະຫານປ້ອງກັນຊາຍແດນ ຫວຽດນາມ - ລາວ ເພີ່ມທະວີການປົກປັກຮັກສາຊາຍແດນ ແລະ ຕ້ານອາດຊະຍາກຳ - ảnh 1
ກອງ​ປະຊຸມກ່ຽວ​ກັບ​ສະພາບ ປ້ອງ​ກັນ​ຄວາມ​ສະຫງົບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່ເຂດ​ຊາຍ​ແດນ ​ແລະ ​ແລກປ່ຽນ​ສະພາບ​ການ​ປີ 2013

(vovworld) - ວັນ​ທີ 24/7, ຢູ່​ເທດ​ສະບາ​ນ​ເມືອງ ຊຳເໜືອ, ​ແຂວງ ຫົວພັນ, ປ​ະ​ເທດ​ລາວ, ທະ​ຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ ​ແທງ​ຮ໋ວາ ​ແລະ ກອງ​ບັນຊາ​ການປ້ອງ​ກັນ​ຄວາມ​ສະຫງົບ ​ແຂວງ ຫົວພັນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມກ່ຽວ​ກັບ​ສະພາບ ປ້ອງ​ກັນ​ຄວາມ​ສະຫງົບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່ເຂດ​ຊາຍ​ແດນ ​ແລະ ​ແລກປ່ຽນ​ສະພາບ​ການ​ປີ 2013. ​ເພື່ອ​ຮັກສາ​ການ​ພົວພັນ​ກໍ່​ຄື​ວຽກ​ງານ​ສົມທົບ​ກັນ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ລະຫວ່າງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ ​ແທງ​ຮ໋ວາ ​ແລະ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແຂວງ ຫົວພັນ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​​ແຜ່, ສຶກສາ​ໃຫ້​ພະນັກງານ, ປະຊາຊົນ ຫວຽດນາມ - ລາວ​ ​ເຂດ​ຊາຍ​ແດນ, ປະຕິບັດ​ສັນຍາ​ກ່ຽວ​ກັບ​ກົດ​ລະບຽບ​ເຂດ​ຊາຍ​ແດນ​ກໍ່​ຄື​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ສະບັບ​ຕ່າງໆ ທີ່ 2 ລັດ, 2 ​ແຂວງ ​ໄດ້​​ລົງ​ນາມ​ຢ່າງ​ເຂັ້ມງວດ. 2 ຝ່າຍ​ແລກປ່ຽນ​ສະພາບການ​ເປັນ​ປະຈຳ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຕໍ່ສູ້​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ເປົ້າ​ໝາຍ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ຍູ້​ຍົງ​ສົ່ງ​ເສີມ ຊາວ​ເຜົ່າ​ມົ້ງ ຂອງ ຫວຽດນາມ ​ເຄື່ອນ​ໄຫວ​ຕ້ານ, ທຳລາຍ​ການ​ປະຕິວັດ ລາວ, ອາດຊະຍາ​ກຳ ການ​ຄ້າ​ມະນຸດ.​​.​. ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສືບ​ຕໍ່​ປັບປຸງ, ​ເພີ່ມ​ທະ​ວີ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ ຫວຽດນາມ - ລາວ ​ເວົ້າ​ລວມ​, ​ເວົ້າ​ສະ​ເພາະ, 2 ​ແຂວງ ​ແທງ​ຮ໋ວາ ​- ຫົວພັນ ກ່ວາ​ອີກ.

 

 

ຂ່າວ/ບົດ​ອື່ນ