ທະຫານປະສົມArabແລະຊາວKurdບຸກເຂົ້ານະຄອນManbijທາງພາກເໜືອ

ທະຫານປະສົມArabແລະຊາວKurdບຸກເຂົ້ານະຄອນManbijທາງພາກເໜືອ - ảnh 1
(ພາບປະກອບ)

(vovworld) - ຕາມ​ອົງການ​ຕິດຕາມ​ສິດທິ​ມະນຸດ ຊີຣີ (SOHR) ວັນ​ທີ 23/06 ສຳພັນ​ທະ​ມິດ​ລະຫວ່າງ​ຊາວ Kurd ​ແລະ ທະຫານ​ປະສົມ Arab ​ທີ່ໄດ້ຮັບ​ການ​ໜູນ​ຫລັງ​ຈາກ ອາ​ເມ​ລິ​ກາ ​ໄດ້ບຸກ​ເຂົ້າ​ຖານ​ທີ່​ໝັ້ນ Manbij ຂອງອົງການ “ລັດ​ອິດສະ​ລາມ​” (IS) ອ້າງ​ຊື່​ເອງ​ຢູ່​ພາກ​ເໜືອ ຊີຣີ. ຜູ້ອຳນວຍການ SOHR ທ່ານ Rami Abdel Rahman ​ໃຫ້​ຮູ້​ວ່າ ບັນດານັກຮົບ​ຂຶ້ນ​ກັບ​ບັນດາ​ກຳລັງ​ປະຊາທິປະ​ໄຕ ຊີຣີ (SDF) ​ໄດ້​ບຸກ​ເຂົ້າ​ນະຄອນ Manbij ຈາກ​ທິດ​ໃຕ້ ດ້ວຍ​ການ​ຊ່ວຍ​ໜູນ​ຂອງ​ບັນດາ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ທະຫານ​ປະສົມ Arab ​​ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ. ທ່ານ Rahman ​ໃຫ້​ຮູ້​ວ່າ ບັນດາ​ນັກຮົບ SDF ສາມາດ​ຂ້າມຜ່ານ​ການ​ຈັ້ງ​ທ່າ​ຂອງ IS ພາຍຫລັງ​​ຍາດ​ໄດ້​ສິດຄວບ​ຄຸມບ້ານ​ໜຶ່ງ​ຢູ່ຊານ​ກຳ​ແພງ​ນະຄ​ອນທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງໃຕ້ພຽງ 2,3 ຊົ່ວ​ໂມງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ບຸກ​ເຂົ້າ​ດັ່ງ​ກ່າວ ອາດ​ຈະຖືກ​ຊັກ​ຊ້າ​ໄວ້ ​ຍ້ອນບັນດາ​ພວກ​ກະບົດອິດ​ສະ​ລາມ IS ຫົວ​ຮຸນ​ແຮງ​ວາງໝາກ​ມີ່ນ ​ເພື່ອ​ບໍ່​ໃຫ້ Manbij ຕົກ​ເຂົ້າສູ່ກຳ​ມືຂອງ SDF.

ຂ່າວ/ບົດ​ອື່ນ