ທະຫານປະສົມບຸກໂຈມຕີທາງອາກາດທຳລາຍຂົວລຳລຽງຂອງISຢູ່Mosul

ທະຫານປະສົມບຸກໂຈມຕີທາງອາກາດທຳລາຍຂົວລຳລຽງຂອງISຢູ່Mosul - ảnh 1
(ພາບປະກອບ)

(vovworld) - ກອງທະຫານ​ປະສົມ​ໂດຍ ອາ​ເມ​ລິ​ກາ ນຳ​ໜ​້າຢູ່ ອີຣັກ ​ໃຫ້​ຮູ້​ວ່າ: ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃນ​ວັນ​ທີ 22/11 ທຳລາຍ​ຂົວ​ຂ້າມ​ແມ່​ນ້ຳ Tigros ຢູ່​​ໃຈກາງ Mosul ​ແນ່​ໃສ່ສະກັດ​ກັ້ນ​ບັນດາ​ມື​ປືນຕໍ່ສູ້​ເພື່ອ​ສາສະໜາ​ເຄື່ອນ​ຍ້າຍ​ກຳລັງ​ຂອງ​ຕົນ​ຢູ່​ນະຄອນ​ນີ້. ຂົວທີ່​ຫາ​ກໍ່​ຖືກ​ທຳລາຍ​ແມ່ນ​ຂົວ​ເກົ່າ​ແກ່​ທີ່​ສຸດ​ຢູ່ Mosul ​​ໂດຍ​ຊາວ ອັງກິດ ກໍ່ສ້າງ ​ແລະ ​ແມ່ນ​ຂົວ​ໜຶ່ງ​ດຽວທີ່​ຍັງ​ເຫຼືອໃນ​ຈຳນວນຂົວ 5 ​ແຫ່ງ​ຢູ່​ໃຈກາງ​ນະ​ຄອນ. ​ໂຄສົກ​ຂອງກອງ​ທະຫານ​ປະສົມ ທ່ານ​​ພັນ​ເອກ John Dorrian ​ໃຫ້​ຮູ້​ວ່າ ສາຍ​ເຫດ​ຄວນ​ທຳລາຍ​ຂົວ​ດັ່ງ​ກ່າວ​ແມ່ນ ຍ້ອນອົງ​ການ “ລັດ​ອິດສະ​ລາມ” (IS) ​ອ້າງ​ຊື່​ເອງ ນຳ​​ໃຊ້​ຂົວ ​ເພື່ອ​ລຳລຽງ​ໃຫ້​ບັນດາ​ກຳລັງ​ຂອງ​ພວກມັນ ຢູ່​ທາງ​ທິດຕາ​ເວັນ​ຕົກ​ນະຄອນ ​ແລະ ປັບ​ປຸງ​ກຳລັງ, ພິ​ເສດ​ແມ່ນ​ເຄື່ອນ​ຍ້າຍ​ບັນດາ​ມື​ປືນ​ທຳ​ຕໍ່ສູ້​ເພື່ອ​ສາສະໜາ.

 

 

ຂ່າວ/ບົດ​ອື່ນ