ທະຫານປະສົມອາຣັບບຸກໂຈມຕີທາງອາກາດໃສ່ Yemen ໂດຍບໍ່ຫົວຊາຕໍ່ ຄຳສັ່ງຢຸດຍິງ

ທະຫານປະສົມອາຣັບບຸກໂຈມຕີທາງອາກາດໃສ່ Yemen ໂດຍບໍ່ຫົວຊາຕໍ່ ຄຳສັ່ງຢຸດຍິງ - ảnh 1
(ພາບປະກອບ: AFP/TTXVN)

(vovworld) - ບັນດາ​ເຮືອບິນ​ຂອງ​ກຳລັງທະຫານ​ປະສົມ​ອາຣັບ ​ໂດຍ ຊາ​ອຸ​ດີ ອາຣາ​ເບຍ ນຳ​ໜ້າ​ໄດ້ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ບັນ​ດາ​ເປົ້າ​ໝາຍ​ຂອງ​ທະຫານ​ກະບົດ ​ເຮົາ​ທີ ຢູ່​ນະຄອນຫຼວງ Sanaa ຂອງ Yemen​ ​ແລະ ນະຄອນ Taiz. ການ​ບຸກ​ໂຈມ​ຕີ​ທາງ​ອາກາດຄັ້ງ​ຕ່າງໆ​ຖື​ກດຳ​ເນີນ​ໃນ​ເວລາ 2 ຊົ່ວ​ໂມງ, ​ພາຍຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ມະນຸດສະທຳ​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ. ກ່ອນ​ໜ້າ​ນັ້ນ, ສະຫະ​ປະຊາ​ຊາດ​ເປັນ​ຄົນ​ກາງ​ໄກ່​ເກ່ຍ​ໃຫ້​ຄຳ​ສັ່ງ​ຢຸດ​ຍິງ​ຊົ່ວຄາວ​ລະຫວ່າງ​ກອງທັບ​ລັດຖະບານ Yemen​ ​ ​ແລະ ກຳລັງ​ທະຫານ​ກະບົດ ​ເຮົາ​ທີ, ນິກາຍ​ຊີ​ອະ  ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ອົງການ​ກູ້​ຊ່ວຍ​ມະນຸດສະທຳ​ຂົນ​ສົ່ງເຄື່ອງ​ຊ່ວຍ​ເຫຼືອ​ເຖິງປະຊາຊົນນັບ​ລ້ານ​ຄົນ​ໃນ​ເຂດ​ປະ​ທະ​ກັນ. ຄຳ​ສັ່ງ​ຢຸດ​ຍິງ​ມີ​ຜົນ​ສັກສິດ​ແຕ່​ເວລາ 0 ​ໂມງ​ວັນ​ທີ 11/7, ຕາມ​ເວລາ​ທ້ອງ​ຖີ່​ນ, ​ແລະ ຄາດ​ວ່າ​ຈະ​ແກ່ຍາວ​ເຖິງ​ໝົດ​ເດືອນ Ramadam ຂອງ​ຊາວ​ອິດສະ​ລາມ ​ໃນ​ວັນ​ທີ 17/7.

ຂ່າວ/ບົດ​ອື່ນ