ທະຫານປະສົມໂດຍ ອາເມລິກາ ນຳໜ້າຕ້ານ IS ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຢູ່ ຊີຣີ

(VOVWORLD) - ວັນທີ 14 ມັງກອນ, ທະຫານປະສົມໂດຍ ອາເມລິກາ ນຳໜ້າຕ້ານອົງການກໍ່ການຮ້າຍລັດອິດສະລາມ IS ໃຫ້ຮູ້ວ່າ: ພວມສົມທົບກັບບັນດາກຸ່ມປະກອບອາວຸດ ຊີຣີ ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນທາງພາກເໜືອ ຊີຣີ. 
ທະຫານປະສົມໂດຍ ອາເມລິກາ ນຳໜ້າຕ້ານ IS ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຢູ່ ຊີຣີ - ảnh 1ທະຫານປະສົມໂດຍ ອາເມລິກາ ນຳໜ້າຕ້ານ IS ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຢູ່ ຊີຣີ (ພາບ: AFP/TTXVN)

ໂຄສົກຂອງພັນທະມິດທ່ານ Ryan Dillon ໃຫ້ຮູ້ວ່າ: ໃນສະພາບການສູ້ຮົບຕ້ານ IS ພວມຄ່ອຍໆກ້າວໄປເຖິງການຢຸດຕິ, ທະຫານປະສົມ ແລະ ບັນດາສຳພັນທະມິດໃນກຳລັງປ້ອງກັນ ຊີຣີ (SDF) ລວມມີບັນດາກຸ່ມປະກອບອາວຸດຝ່າຍຄ້ານ ເລີ່ມຕົ້ນສຸມໃສ່ເຂົ້າໃນການປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ. ເປົ້າໝາຍສຸດທ້າຍ ນັ້ນແມ່ນ ສ້າງຕັ້ງກຳລັງໜຶ່ງທີ່ປະກອບມີສະມາຊິກ 30.000 ຄົນ, ໃນນັ້ນເຄິ່ງໜຶ່ງຂອງຈຳນວນດັ່ງກ່າວ ແມ່ນບັນດາມືປືນສັງກັດ SDP ເຊິ່ງໄດ້ຮັບການຝຶກຊ້ອມແລ້ວ. ທ່ານ Ryan Dillon ກໍ່ຊີ້ແຈ້ງວ່າ ປັດຈຸບັນ ມີ 230 ຄົນພວມໄດ້ຮັບການຝຶກຊ້ອມໃນກຳລັງປ້ອງກັນຄວາມສະຫງົບນີ້ ແລະ ນັ້ນແມ່ນ “ຊຸດຝຶກຊ້ອມເປີດສາກ”.

ຕອບກັບ

ຂ່າວ/ບົດ​ອື່ນ