ທະຫານລູກຮື້ຂຶ້ນຊີຣີ ບຸກໂຈມຕີນະຄອນ Homs

ທະຫານລູກຮື້ຂຶ້ນຊີຣີ ບຸກໂຈມຕີນະຄອນ Homs - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 10/03, ທະຫານ​ລູກ​ຮື້​ຂຶ້ນຢູ່​ຊີຣີ, ​ໄດ້​ເປີດ​ການ​ບຸກ​ໂຈມ​ຕີ​ໂດຍບັງ​ເອີນ​ໃສ່​ເມືອງ Baba Amr ຢູ່​ນະຄອນ​ Homs ທາງ​ພາກ​ກາງຂອງ​ປະ​ເທດ​ນີ້. ກ່ອນ​ນີ້ 2 – 3 ວັນ, ກອງທັບ​ຊີ​ຣີ ​ຄວບ​ຄຸມປະມານ​ 80% ນະຄອນ Homs, ​ໄດ້​ປຸກລະດົມ​ການ​ບຸກ​ໂຈມ​ຕີ​ແນ​ໃສ່​ບັນດາ​ເຂດທີ່​ຖືກ​ພວກຄັດຄ້ານ​ຢືດຄອງ​ຄວບ​ຄຸມ, ພິ​ເສດ​ຢູ່​ເມືອງ​ທິດ​ເໜືອ Khaldiyeh. ກອງທັບ​ຊີຣີ ບໍ່​ລະມັດລະວັງ​ຕໍ່ສະພາບ​ການ​ຢູ່​ເມືອງ​ຕ່າງໆ​ເຊິ່ງ​ພວມຄວບ​ຄຸມ ​ແລະ ຜ່ອນຄາຍຢູ່ Baba Amr, ພຽງ​ແຕ່​ສຸມ​ໃສ່ຢືດ​ເອົາ Khaldiyeh ​ເພາະສະ​ນັ້ນທະຫານ​ລູກ​ຮື້​ຂຶ້ນ​ ຈຶ່ງເປີດ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ.
ຂ່າວ/ບົດ​ອື່ນ