ທະຫານລັດຖະບານ ຊີຣີ ຍາດໄດ້ສິດຄວບຄຸມສະ ຫນາມຮົບຕົ້ນຕໍຢູ່ Aleppo

ທະຫານລັດຖະບານ ຊີຣີ ຍາດໄດ້ສິດຄວບຄຸມສະ ຫນາມຮົບຕົ້ນຕໍຢູ່ Aleppo  - ảnh 1
ທະຫານ​ລັດຖະບານ​ຊີຣີ ຍາດ​ໄດ້​ສິດ​ຄວບ​ຄຸມເມືອງ Selaheddine ຄືນ​ໃຫມ່
ພາບ: internet

(vovworld) -  ວັນ​ທີ 8/8 ທະຫານ​ຊີຣີ​ໄດ້​ຄວບ​ຄຸມເມືອງ Selaheddine ສະຫນາມຮົບ​ຕົ້ນຕໍ​ຢູ່​ນະຄອນຍຸດ​ທະ​ສາດ Aleppo ຊື່​ງ​ແມ່ນ​ນະຄອນ​ແຫ່ງ​ໃຫຍ່​ທີ​ສອງ​ຂອງ​ປະ​ເທດ​ນີ້. ບໍລິສັດ​ໂທລະພາບ​ເອກະຊົນ  Al Ekhbari ​ໃຫ້​​ຂ່າວ​ວ່າ ທະຫານ​ລັດຖະບານ​ຊີຣີ ຍາດ​ໄດ້​ສິດ​ຄວບ​ຄຸມເມືອງ Selaheddine ຄືນ​ໃຫມ່ ພາຍຫລັງ​ບຸກ​ເຂົ້າ​ສະຫນາມ​ຫລວງ​ຂອງ​ເມືອງ​ແຫ່ງ​ນີ້. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ​ແຫ່ງ​ລັດ Petra ຂອງ​​ແດນ​ໄດ້​ໃຫ້​ຂ່າວ​ວ່າ: ອະ​ດີດ​ນາຍົກລັດຖະມົນຕີ ຊີ​ຣີ  Riyad Hijab ໄດ້​ເດີນທາງ​ເຖິງ ຈໍ​ແດນ​ໃນ​ວັນ​ທີ 8/8. Petra ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ໂຄສົກ​ລັດຖະບານ ຈໍ​ແດນ Samih Maaytah ​ໃຫ້​ຮູ້​ວ່າ: ທ່ານ Hijab ​ເດີນທາງ​ເຖິງ ຈໍ​ແດນ ພ້ອມ​ກັບ​ຍາດ​ຕິ​ພີ່ນ້ອງ​ບາງ​ຄົນ. ທ່ານ Hijab ຖືກ​ປົດ​ຕຳ​ແຫນ່​ງນາຍົກລັດຖະມົນຕີ ຊີຣີ ​ໃນ​ຕົ້ນ​ອາທິດ​ນີ້ ພາຍຫລັງ​ມີ​ແຫ​ລ່ງຂ່າວ​ວ່າ ທ່ານ​ໄດ້​ ໂຕນ​ປະ​ລະຫນ້າ​ທີ່. ​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານ Anadolu ຂອງ​ຕວັກ​ກີ ​ໃຫ້​ຮູ້​ວ່າ: ມີ​ປະຊາຊົນ​ເກືອບ 2.400 ຄົນ​ໄດ້ ຂ້າມ​ຊາຍ​ແດນ​ເຂົ້າ​ເຂດ​ດິນ​ແດນ​ ຕວກກີ ​ໃນ​ຕອນ​ຄຳ່​ວັນ​ທີ 7/8 ​ເພື່ອ​ຫລີກ​ລ້ຽງ​ການ​ປະ​ທະ​ກັນ​ພວມ​ເພີ່ມ​ຂຶ້ນ​ຢູ່ ຊີຣີ, ​ໃນ​ນັ້ນ ມີ​ນາຍພົນ​ສອງ​ຄົນ./.

ຂ່າວ/ບົດ​ອື່ນ