ທະຫານລັດຖະບານມາລີ ຍາດຄືນສິດກວດການະຄອນສຳຄັນ

ທະຫານລັດຖະບານມາລີ ຍາດຄືນສິດກວດການະຄອນສຳຄັນ - ảnh 1
(ທ່ານປະທານາທິບໍດີ​ຝລັ່ງ Francois Hollande)

(vovworld) – ​ວັນ​ທີ 12/1, ປະທານາທິບໍດີ​ຝລັ່ງ Francois Hollande ​ປະກາດວ່າ ​ບັ້ນ​ຮົບ ”​ແມວ​ປ່າ​ອາ​ຟະ​ລິ​ກາ” ​ໄດ້​ປະສົບ​ຜົນສຳ​ເລັດ​, ​ເມືອກ​ອງທັບ​ລັດຖະບານ​ມາລີ ຍາດ​ໄດ້​ສິດ​ຄວບ​ຄຸມ​ນະຄອນ​ສຳ​ຄັນ Konna ຈາກ​ກຳລັງ​ທະຫານ​ແຕກ​ທັບ​ອິດສະ​ລາມ, ພ້ອມ​ທັງ​ສະກັດ​ກັ້ນ​ທ່າ​ບຸກ​ໂຈມ​ຕີ​ຂອງ​ກຳລັງນີ້​. ກ່ອນ​ນັ້ນ, ກຳລັງ​ລຸກ​ຮຶ້ຂຶ້ນ ​ໄດ້​ຂົ່ມຂູ່​ຈະ​ຢືດຄອງ​ນະຄອນ Mopti, ກໍ່​​ສະພາບ​ທີ່​ຮ້າຍ​ຮງ​ໃຫ້​ແກ່​ນະ​ຄອນ​ຫຼວງ Bamako. ​ປະທານາທິບໍດີ​ຝລັ່ງ ​ເນັ້ນ​ໜັກ​ວ່າ ​ບັ້ນ​ຮົບ ”​ແມວ​ປ່າ​ອາ​ຟະ​ລິ​ກາ” ນອນ​ໃນ​​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ໜູນຊ່ວຍ ມາລີ ດ່ວນ ຕາມ​ຂໍ້​ສະ​ເໜີ​ຂອງ​ປະທານາທິບໍດີ​ຊົ່ວຄາວ​ປະ​ເທດ​ນີ້. ປະທານາທິບໍດີ​ຝລັ່ງ ກໍ່​ໄດ້​ຝາກ​ຈົດໝາຍ​ເຖິງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ເພື່ອ​ສະ​ເໜີ​ຊຸກຍູ້​ການຈັດ​ສົ່ງ​ກຳລັງ​ທະຫານ​ອາ​ຟະ​ລິ​ກາ​ລວມມີ 3.300 ຄົນ​​ເຂົ້າມາລີ. ກ່ອນ​ໜ້າ​ນັ້ນ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຮັບຮອງ​ເອົາ​ແຜນການ​ນີ້​ແລ້ວ, ​ແຕ່​ບາງ​ເທື່ອ​ກຳລັງ​ດັ່ງກ່າວ​ຈະ​ບໍ່​ໄດ້​ລະດົມ​ກ່ອນ​ເດືອນ​ກັນຍາ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ