ທະຫານເຂດ 4 ຢ້ຽມຢາມເກາະຕ່າງໆທີ່ຂຶ້ນກັບ ເມືອງເກາະເຈືອງຊາ


ທະຫານເຂດ 4 ຢ້ຽມຢາມເກາະຕ່າງໆທີ່ຂຶ້ນກັບ ເມືອງເກາະເຈືອງຊາ - ảnh 1

ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ ເພື່ອ​ຄຳ​ນັບ​ຮັບ​ຕ້ອນ​ລະ​ດູ​ບານ​ໃໝ່​ປີ​ມະ​ແມ 2015 ຢູ່​ເກາະ​ຕ່າງໆ​ໃນ​ໝູ່​ເກາະ​ເຈືອງ​ຊາ​ຂອງ​ຫວຽດ​ນາມ

(vovworld)- ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ, ຢູ່​ເກາະ ດາວ​ເຊີນ​ກາ, ນາມ​ອຽດ …ທີ່​ເມືອງ​ເກາະ​ເຈືອງ​ຊາ ແຂວງ ແຄ້ງ​ຮ່​ວາ ໄດ້​ດຳ​ເນີນ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ ເພື່ອ​ຄຳ​ນັບ​ຮັບ​ຕ້ອນ​ລະ​ດູ​ບານ​ໃໝ່​ປີ​ມະ​ແມ 2015 ລະ​ຫວ່າງ​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໃນ​ເກາະ ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ທະ​ຫານ​ເຂດ 4, ກອງ​ພົນ​ນ້ອຍ 146. ນັກ​ປະ​ພັ​ນດົນ​ຕີ ວູ້​ວັນ​ລຶກ, ຜູ້​ໄດ້​ປະ​ພັນ​ຫຼາຍ​ບົດເພງກ່ຽວ​ກັບ​ເຈືອງ​ຊາ ເວົ້າ​ວ່າ : 

   “ ຂ້າ​ພະ​ເຈົ້າ​ມີ​ຄວາມສຸກ​ເພາະ​ໄດ້​ໄປ​ເຈືອງ​ຊາ, ໄດ້​ຢ້ຽມ​ຢາມ ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໃນ​ເກາະ, ພິ​ເສດ​ໄດ້​ຂັບ​ຮ້ອງບັນ​ດາ​ບົດ​ເພງ​ທີ່​ຕົນ​ປະ​ພັນ​ກ່ຽວ​ກັບ​ໝູ່​ເກາະ. ນີ້​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຕົນ​ເອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ກັບ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ”

   ສ່ວນ​ພັນ​ຕີ ວູ້​ຢີ​ແຄ​້ງ ຜູ້​ບັນ​ຊາ​ການ​ກຳ​ລັງ​ເຈືອງ​ຊາ​ໃຫ້​ຮູ້​ວ່າ 

  “ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ, ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໃນ​ເກາະມີ​ຄວາມ​ເບີກ​ບານ​ໃຈ. ພວກ​ຂ້າ​ພະ​ເຈົ້າຂໍ​ປະ​ຕິ​ຍານ​ວ່າ ຈະ​ພະ​ຍາ​ຍາມ​​ຮຽນ ແລະ ຝຶກ​ຝົນຫຼໍ່ຫຼອ​ມ​ເພື່ອ​ເຮັດຫຼ້ອນ​ໜ້າ​ທີ່​ຊຶ່ງ​ພັກ, ລັດ ແລະ ປະ​ຊາ​ຊ​ຊົນ​ມອບ​ໝາຍ​ໃຫ້ ”

ຂ່າວ/ບົດ​ອື່ນ