ທະ​ຫານ​ເຮືອ ຍີ່​ປຸ່ນ - ອັງ​ກິດ ດຳ​ເນີນ​ການຊ້ອມ​ຮົບ​ຮ່ວມ

(VOVWORLD) -ວັນທີ 25 ສິງຫາ, ທະຫານເຮືອ ຍີ່ປຸ່ນ ແລະ ອັງກິດ ໄດ້ດຳເນີນການຊ້ອມຮົບຮ່ວມຢູ່ ປາຊີຟິກ, ທາງທິດໃຕ້ເກາະ  Okinawa  ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນດ້ານປ້ອງກັນຊາດ.
ທະ​ຫານ​ເຮືອ ຍີ່​ປຸ່ນ - ອັງ​ກິດ ດຳ​ເນີນ​ການຊ້ອມ​ຮົບ​ຮ່ວມ - ảnh 1ກ່ຳປັ່ນສູ້ຮົບ HMS Queen Elizabeth ຂອງ ອັງກິດ (ພາບ:  hampshirelive.news)

ການຊ້ອມຮົບດັ່ງກ່າວມີການເຂົ້າຮ່ວມຂອງກ່ຳປັ່ນຂັບໄລ່ Ise ຂຶ້ນກັບກຳລັງປ້ອງກັນຕົວຢູ່ທະເລ ຂອງ ຍີ່ປຸ່ນ ແລະ ບັນດາກ່ຳປັ່ນສູ້ຮົບຂອງ ອັງກິດ HMS Queen Elizabeth.

ນີ້ແມ່ນຄັ້ງທຳອິດທີ່ກ່ຳປັ່ນສູ້ຮົບຂະໜາດໃຫຍ່ທີ່ສຸດຂອງກອງທັບເຮືອລາຊະອານາຈັກ ອັງກິດ ດຳເນີນການຊ້ອມຮົບກັບກຳລັງປ້ອງກັນຄົວຢູ່ທະເລຂອງ ຍີ່ປຸ່ນ ຢູ່ມໍ່ກັບເຂດໝູ່ເກາະຂອງ ຍີ່ປຸ່ນ. ປັດຈຸບັນ, ບັນດາກ່ຳປັ່ນຂອງທະຫານເຮືອ ອາເມລິກາ ແລະ ໂຮນລັງ ກໍມີໜ້າພ້ອມກັບກຸ່ມກ່ຳປັ່ນສູ້ຮົບຂອງ ອັງກິດ ເຂົ້າຮ່ວມການຊ້ອມຮົບດັ່ງກ່າວ.

 


 

ຕອບກັບ

ຂ່າວ/ບົດ​ອື່ນ