ທະ​ຫານ​ເຮືອ ອັງ​ກິດ ແລະ ອິນ​ເດຍ​ ຊ້ອມ​ຮົ​ມ​ຮ່ວມທາງ​ທະ​ເລ

(VOVWORLD) -ທ່ານ Tony Radaki ພົນເຮືອເອກທະຫານເຮືອ ອັງກິດ ໃຫ້ຮູ້ວ່າ ນີ້ແມ່ນຫຼັກຖານຂອງກຳລັງແຮງ ແລະ ຄວາມໝາຍຂອງການພົວພັນທີ່ນັບມື້ນັບເພີ່ມຂຶ້ນ ລະຫວ່າງທະຫານເຮືອສອງປະເທດ. 
ທະ​ຫານ​ເຮືອ ອັງ​ກິດ ແລະ ອິນ​ເດຍ​ ຊ້ອມ​ຮົ​ມ​ຮ່ວມທາງ​ທະ​ເລ - ảnh 1ກ່ຳປັ່ນສະໜາມບິນ HMS Queen Elizabeth  ຂອງອັງກິດ (ພາບ: PA)

ວັນທີ 21 ກໍລະກົດ, ກຸ່ມກຳປັ່ນສະໜາມບິນ (SCG) 2021 ອັງກິດ, ນຳໜ້າແມ່ນກ່ຳປັ່ນສະໜາມບິນ HMS Queen Elizabeth ໄດ້ສົມທົບກັບທະຫານເຮືອ ອິນເດຍ ເລີ່ມຕົ້ນການຊ້ອມຮົບຮ່ວມທາງທະເລ ຢູ່ອ່າວ Bengal ເປັນເວລາ 3 ວັນ ໂດຍມີການເຂົ້າຮ່ວມຂອງ ກ່ຳປັ່ນ 10 ລຳ, ກ່ຳປັ່ນດຳນ້ຳ 2 ລຳ, ເຮືອບິນ 20 ລຳ ແລະ ນາຍທະຫານເກືອບ 4000 ຄົນ. ທ່ານ Tony Radaki ພົນເຮືອເອກທະຫານເຮືອ ອັງກິດ ໃຫ້ຮູ້ວ່າ ນີ້ແມ່ນຫຼັກຖານຂອງກຳລັງແຮງ ແລະ ຄວາມໝາຍຂອງການພົວພັນທີ່ນັບມື້ນັບເພີ່ມຂຶ້ນ ລະຫວ່າງທະຫານເຮືອສອງປະເທດ. ລາຊະອານາຈັກອັງກິດ ແລະ ອິນເດຍ ແມ່ນຄູ່ຮ່ວມມືດ້ານປ້ອງກັນຊາດທີ່ສຳຄັນ ແລະ ການຜັນຂະຫຍາຍກຸ່ມກ່ຳປັ່ນສະໜາມບິນແມ່ນສັນຍາລັກຂອງ ປະເທດ ອັງກິດທົ່ວໂລກ ໃນຄຳໝັ້ນສັນຍາຂອງ ອັງກິດ ສຳລັບ ອິນເດຍ ແລະ ພາກພື້ນອິນເດຍ - ປາຊີຟິກ ຕໍ່ໜ້າບັນດາໄພນາບຂູ່ ຕໍ່ຄວາມເປັນລະບຽບຮຽບຮ້ອຍສາກົນ. HMS Queen Elizabeth ແມ່ນກ່ຳປັ່ນສະໜາມບິນທັນສະໄໝທີ່ສຸດຂອງ ອັງກິດ ໂດຍໄດ້ຮັບການຕໍ່ກ່ຳປັ່ນດ້ວຍຄວາມມຸ່ງມາດປາດຖະໜາກຢາກນຳທະຫານເຮືອແຫ່ງລາຊະອານາຈັກ ອັງກິດ ກັບຄືນສູ່ສະໄໝຮຸ່ງເຮືອງເຫຼືອງເຫຼື້ອມ. ກ່ຳປັ່ນ HMS Queen Elizabeth ພວມໄດ້ຮັບການປ້ອງກັນຈາກ ກ່ຳປັ່ນຂັບໄລ່ 2 ລຳ, ເຮືອຮົບ 2 ລຳ, ກ່ຳປັ່ນໜູນຊ່ວຍ 2 ລຳ ແລະ ບັນດາກ່ຳປັ່ນສູ້ຮົບ ຂອງ ອາເມລິກາ ແລະ ໂຮນລັງ. ກຸ່ມກ່ຳປັ່ນ HMS Queen Elizabeth ໄດ້ເລີ່ມເດີນທາງແຕ່ເດືອນພຶດສະພາ, ຄາດວ່າ ຈະເຂົ້າທຽບທ່າຢູ່ ສິງກະໂປແລ້ວ ຜ່ານທະເລຕາເວັນອອກ ແລະ ໄປຍັງ ຍີ່ປຸ່ນ ເພື່ອຊ້ອມຮົບຮ່ວມກັບ ຍີ່ປຸ່ນ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ