ທະຫານເຮືອ ອາຊຽນ ຊ້ອມຮົບຮ່ວມກັບ 8 ປະເທດຢູ່ທະເລຕາເວັນອອກ

ທະຫານເຮືອ ອາຊຽນ ຊ້ອມຮົບຮ່ວມກັບ 8 ປະເທດຢູ່ທະເລຕາເວັນອອກ - ảnh 1
ການຊ້ອມຮົບຢູ່ທະເລຕາເວັນອອກ
(ພາບ: http://dantri.com.vn)

(vovworld) - ວັນ​ທີ 22/8, ທະຫານ​ເຮືອ ອິນ​ໂດ​ເນ​ເຊຍ ປະກາດ​ວ່າ: ທະຫານ​ເຮືອ 10 ປະ​ເທດ​ສະມາຊິກ ອາ​ຊຽນ ພ້ອມ​ກັບ 8 ປະ​ເທດ​ອື່ນ​ເຊິ່ງລວມມີ: ອາ​ເມລິ​ກາ, ຍີ່ປຸ່ນ, ຈີນ, ລັດ​ເຊຍ, ອິນ​ເດຍ, ສ ​ເກົາຫຼີ, ອົດ​ສະ​ຕາ​ລີ ​ແລະ ນິວຊີ​ແລນ, ຈະ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ຢູ່​ເຂດ​ແຄມ​ທະ​ເລ ອິນ​​ໂດ​ເນ​ເຊຍ ຂຶ້ນ​ກັບ​ທະ​ເລ​ຕາ​ເວັນ​ອອກ​ໃນ​ປີໜ້າ. ການ​ຊ້ອມ​ຮົບ​ມີ​ຊື່ວ່າ “ການ​ຊ້ອມ​ຮົບ​ຫຼາຍ​ຝ່າຍ Komodo 2014”, ດ້ວຍ​ຈຸດປະສົງ​ສ່ວນ​ໜຶ່ງ​ແມ່ນ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນດາ​ໄພ​ນາບ​ຂູ່​ໃນ​ທະ​ເລ, ຈະ​ໄດ້​​ດຳ​ເນີນ​ໃນ​ເດືອນ 4/2014 ຢູ່​ເຂດ​ທະ​ເລໝູ່​ເກາະ Natuna ​ແລະ Anambas, ນອນ​ຢູ່​ເຄິ່ງກາງລະຫວ່າງ​​ແຫຼມ ມາ​ເລ​ເຊຍ ​ແລະ ​ເກາະ Borneo. ໝູ່​ເກາະທັງ 2 ​ແຫ່ງ​ດັ່ງກ່າວ​ລ້ວນ​ແຕ່​ຂຶ້ນ​ກັບ​ທະ​ເລ​ຕາ​ເວັນ​ອອກ, ບ່ອນ​ທີ່​​ເກີດ​ການ​ພິດ​ພາດ​ເຂດ​ນ່ານທະ​ເລ​ພວມ​ປິນຂັ້ນ​​ໄດລະ​ຫວ່າງ​ບາງ​ປະ​ເທດ​ສະມາ​ຊິກ ອາ​ຊຽນ ​ແລະ ຈີນ. ຖະ​ແຫຼ​ງການ​ຂອງ​ກອງທັບ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ຈະ​ຜັນ​ຂະຫຍາຍກຳ່ປັນຮົບ 12 ລຳ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບດັ່ງກ່າວ. ນອກຈາກ​ຈຸດປະສົງ​ດັ່ງກ່າວ, ການ​ຊ້ອມ​ຮົບຮ່ວມ​ຈະ​ສຸມ​ໃສ່​ເຂົ້າ​ໃນ​ບັນຫາ​ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ກູ້​ໄພ​ກູ້​ຊີບ​ຍ້ອນ​ໄພ​ທຳ​ມະ​ຊາດ.

 

ຂ່າວ/ບົດ​ອື່ນ