ທະຫານເຮືອເຂດ 5 ຈັດສົ່ງຄະນະຜູ້ແທນໄປຢ້ຽມຢາມ, ອວຍພອນບຸນເຕັດ ທະຫານ ແລະ ປະຊາຊົນເກາະຢູ່ເຂດຕາເວັນຕົກພາກໃຕ້

(VOVWORLD) - ຕາມ ພົນເຮືອເອກ ຫງວຽນຫືວທວານ, ກຳມະການການເມືອງເຂດ 5 ທະຫານເຮືອ ແລ້ວ, ໄລຍະຜ່ານມາ, ພະນັກງານ, ນັກຮົບຂອງເຂດ 5 ທະຫານເຮືອ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ແບ່ງປັນ, ຊ່ວຍເຫຼືອ, ຮ່ວມເດີນທາງຂອງຫຼາຍທ້ອງຖິ່ນ, ຫົວໜ່ວຍໃນທົ່ວປະເທດ.
ທະຫານເຮືອເຂດ 5 ຈັດສົ່ງຄະນະຜູ້ແທນໄປຢ້ຽມຢາມ, ອວຍພອນບຸນເຕັດ ທະຫານ ແລະ ປະຊາຊົນເກາະຢູ່ເຂດຕາເວັນຕົກພາກໃຕ້ - ảnh 1ການພົບປະພະນັກງານ, ນັກຮົບ, ບັນດາກຳລັງ ແລະ ປະຊາຊົນໃນບັນດາເກາະຢູ່ເຂດຕາເວັນຕົກພາກໃຕ້
(ພາບ: qdnd.vn)

ຕອນບ່າຍວັນທີ 15 ມັງກອນ, ຢູ່ກອງບັນຊາການເຂດ 5 ທະຫານເຮືອ, ນະຄອນ ຝູກວັກ, ແຂວງ ກຽນຢາງ, ໄດ້ຈັດການພົບປະກັບຄະນະຜູ້ແທນທີ່ໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ລະດົມກຳລັງໃຈພະນັກງານ, ນັກຮົບ, ບັນດາກຳລັງ ແລະ ປະຊາຊົນໃນບັນດາເກາະຢູ່ເຂດຕາເວັນຕົກພາກໃຕ້, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024. ຕາມ ພົນເຮືອເອກ ຫງວຽນຫືວທວານ, ກຳມະການການເມືອງເຂດ 5 ທະຫານເຮືອ ແລ້ວ, ໄລຍະຜ່ານມາ, ພະນັກງານ, ນັກຮົບຂອງເຂດ 5 ທະຫານເຮືອ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ແບ່ງປັນ, ຊ່ວຍເຫຼືອ, ຮ່ວມເດີນທາງຂອງຫຼາຍທ້ອງຖິ່ນ, ຫົວໜ່ວຍໃນທົ່ວປະເທດ. ນີ້ແມ່ນການລະດົມກຳລັງໃຈອັນໃຫຍ່ຫຼວງເພື່ອໃຫ້ພະນັກງານ, ນັກຮົບ ມີຄວາມອຸ່ນອ່ຽນໃຈປະຕິບັດງານ, ເຮັດລ້ອນໜ້າທີ່ທີ່ໄດ້ຮັບມອບໝາຍ.

        ໂດຍຕາງໜ້າໃຫ້ຄະນະຜູ້ແທນ 10 ແຂວງ, ນະຄອນ ທາງພາກໃຕ້: ທະນາຄານ Agribank, ບັນດາວິສາຫະກິດ, ສະໂມສອນ “ໄວໜຸ່ມເພື່ອທະເລ, ໝູ່ເກາະ ບ້ານເກີດເມືອງນອນ; ການນຳ, ນັກຂ່າວຂອງບັນດາອົງການສຳນັກຂ່າວສານສູນກາງ, ທ້ອງຖິ່ນ, ທ່ານ ດັ້ງວັນຈິ໋ງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຫວີງລອງ, ຢັ້ງຢືນວ່າ: ບັນດາທ້ອງຖິ່ນຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວມຸ່ງໄປເຖິງທະເລ, ໝູ່ເກາະຂອງບ້ານເກີດເມືອງນອນດ້ວຍວຽກງານທີ່ມີຄວາມໝາຍ, ແທດຈິງ ເພື່ອລະດົມພະນັກງານ, ນັກຮົບປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ