ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫົວ​ຂໍ້​ປຶກ​ສາ​ຫາ​ລືລ​ະ​ຫວ່າງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອົດສະຕາລີ ແລະ ຄູ່ຮ່ວມຕຳແໜ່ງ ສິງກະໂປ ກໍ່ສະແດງການສະໜັບສະໜູນ ຕໍ່ກັບວິໄສທັດຂອງ ອາຊຽນ ຕໍ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ກໍ່ຄືຄວາມສຳຄັນຂອງກອງປະຊຸມຂັ້ນສູງ ອາຊິີຕາເວັນອອກ ໃນການຮັບປະກັນຄວາມເສລີ ຂອງ ບັນດາປະເທດໃນພາກພື້ນ.
ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫົວ​ຂໍ້​ປຶກ​ສາ​ຫາ​ລືລ​ະ​ຫວ່າງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຈະເດີນທາໄປ ສິງກະໂປ ກ່ອນທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດ G7 ຢູ່ອັງກິດ (ພາບ: Bianca De Marchi)

ວັນທີ 10 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ ຈະເດີນທາໄປ ສິງກະໂປເພື່ອປຶກສາຫາລືກ່ຽວກັບວິທີການຮັບມືຂອງພາກພື້ນໃນສະພາບການແກ້ງແຍ້ງຍຸດທະສາດຢ່າງຮ້າຍແຮງລະຫວ່າງອາເມລິກາ ແລະ ຈີນ. ທະເລຕາເວັນອອກ ຈະແມ່ນໜຶ່ງໃນບັນດາເນື້ອໃນທີ່ຈະໄດ້ຮັບການປຶກສາຫາລື ໃນການພົບປະລະຫວ່າງການນຳສອງປະເທດ. ໜັງສືພິມຊາວອົດສະຕາລີ ສະບັບອອກໃນວັນທີ 7 ມິຖຸນາໄດ້ໃຫ້ຮູ້ວ່າການນຳສອງທ່ານຖືກຖືວ່າຈະສະແດງການສະໜັບສະໜູນສຳລັບຂໍ້ກຳນົດຂອງກົດໝາຍສາກົນ ວ່າດ້ວຍຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ ທະເລຕາເວັນອອກ, ບົດບາດຂອງ ອາຊຽນ ກໍ່ຄືຂອງ ສິງກະໂປ ໃນການຊຸກຍູ້ບັນດາການຮ່ວມມືດ້ານເສດຖະກິດ ແລະ ຄວາມໝັ້ນຄົງໃນພາກພື້ນ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ ແລະ ຄູ່ຮ່ວມຕຳແໜ່ງ ສິງກະໂປ ກໍ່ສະແດງການສະໜັບສະໜູນ ຕໍ່ກັບວິໄສທັດຂອງ ອາຊຽນ ຕໍ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ກໍ່ຄືຄວາມສຳຄັນຂອງກອງປະຊຸມຂັ້ນສູງ ອາຊິີຕາເວັນອອກ ໃນການຮັບປະກັນຄວາມເສລີ ຂອງ ບັນດາປະເທດໃນພາກພື້ນ.

ສິງກະໂປ ແມ່ນປະເທດທຳອິດໃນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຂອງ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ເພື່ອແນໃສ່ເຂົ້າຮ່ວມກອງປະຊຸມສຸດຍອດ G7 ກັບບັນດາຄູ່ຮ່ວມມື ອົດສະຕາລີ, ອິນເດຍ ແລະ ສ.ເກົາຫຼີ ທີ່ຈະດຳເນີນຢູ່ອັງກິດ. ພາຍຫຼັງການເຂົ້າຮ່ວມກອງປະຊຸມຢູ່ອັງກິດ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ ກໍ່ມີແຜນການໄປຢ້ຽມຢາມ ປະເທດຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ