ທ່າ​ກຳ​ປັ່ນ ດ່າ​ນັ້ງ ຕ້ອນ​ຮັບ​ກຳ​ປັ່ນຖ້ຽວ​ທຳ​ອິດ​ຍາມ​ຕົ້ນ​ປີ​ໃໝ່​ປີ​ແມວ 2023

(VOVWORLD) - ວັນທີ 22 ມັງກອນ - ກົງກັບວັນທີ 1 ບຸນເຕັດ, ຢູ່ທ່າກຳປັ່ນ ຕຽນຊາ, ບໍລິສັດຫຸ້ນສ່ວນ ທ່າກຳປັ່ນ ດ່ານັ້ງ ໄດ້ຕ້ອນຮັບກຳປັ່ນ containe ຂອງ ບໍລິສັດ GLS ຫວຽດນາມ  ເຂົ້າທຽບທ່າ. ນີ້ແມ່ນຖ້ຽວກຳປັ່ນທຳອິດຂອງປີແມວ 2023.
ທ່າ​ກຳ​ປັ່ນ ດ່າ​ນັ້ງ ຕ້ອນ​ຮັບ​ກຳ​ປັ່ນຖ້ຽວ​ທຳ​ອິດ​ຍາມ​ຕົ້ນ​ປີ​ໃໝ່​ປີ​ແມວ 2023 - ảnh 1ປີ 2023, ທ່າກຳປັ່ນດານັ້ງສຸຊົນມີການເຕີບໂຕບັນລຸ 4 - 6% (ພາບ:  VOV)

ໃນປີ 2022 ທ່າກຳປັ່ນ ດ່ານັ້ງ ບັນລຸໄດ້ ບັນດາດັດຊະນີດຳເນີນທຸລະກິດ ຕາມແຜນການວາງອອກ ໂດຍພື້ນຖານ, ລາຍຮັບເພີ່ມຂຶ້ນ 10%, ກຳໄລເພີ່ມຂຶ້ນ 13% ເມື່ອທຽບໃສ່ປີ 2021. ປີ 2023, ທ່າກຳປັ່ນດ່ານັ້ງ ສຸ້ຊົນບັນລຸສະມັດຕະພາບສິນຄ້າຜ່ານທ່າກຳປັ່ນເພີ່ມຂຶ້ນຢ່າງໜ້ອຍສຸດແມ່ນ 2% ເມື່ອທຽບໃສ່ປີ 2022, ລາຍຮັບ ແລະ ກຳໄລເພີ່ມຂຶ້ນຢ່າງໜ້ອຍສຸດແຕ່ 4 – 6% ເມື່ອທຽບໃສ່ປີ 2022. ທ່ານ ເຢືອງດຶກຊວນ, ຮອງຫົວໜ້າຜູ້ອຳນວຍການໃຫຍ່ທ່າກຳປັ່ນດ່ານັ້ງ, ໃຫ້ຮູ້ວ່າ:

        ປີ 2023 ໄດ້ຄາດຄະເນວ່າ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນສະພາບການເສດຖະກິດທົ່ວໂລກ ສືບຕໍ່ຊຸດໂຊມ. ບັນດາຖ້ຽວກຳປັ່ນເຊິ່ງພວກຂ້າພະເຈົ້າຮັບໃຊ້ສ່ວນຫຼາຍແມ່ນໄປເສັ້ນທາງພາຍໃນອາຊີ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ພວກຂ້າພະເຈົ້າຈະມານະພະຍາຍາມສ້າງທ່າກຳປັ່ນດ່ານັ້ງ ໃຫ້ນັບມື້ນັບມີຄວາມ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ