ທ່າກຳປັ່ນ ດາໜັງ ມີຖ້ຽວຂົນສົ່ງໂດຍກົງໄປ ຍີ່ປຸ່ນ

(VOVWORLD) -ບໍລິສັດກຳປັ່ນ SITC ໄດ້ເປີດບໍລິການສົນຂົ່ງ ດາໜັງ - ຍີ່ປຸ່ນ ຢ່າງເປັນທາງການ ຢູ່ທ່າກຳປັ່ນດາໜັງ. ການບໍລິການຂົນສົ່ງຜ່ານທ່າກຳປັ່ນດາໜັງ ມີເສັ້ນທາງຂົນສົ່ງ: ດາໜັງ - ນິງໂບ - ຊຽງໄຮ (ຈີນ) - ຮາກາຕາ- ໂມຈິ (ຍີ່ປຸ່ນ).

ໃນຖ້ຽວທຳອິດເຂົ້າທຽບທ່າກຳປັ່ນ ຕຽນຊາ 6 (ທ່າກ່ຳປັ່ນດາໜັງ), ກຳປັ່ນ Lantau Beach ໄດ້ບັນທຸກສິນຄ້າຂາອອກ - ຂາເຂົ້າຫຼາຍຮ້ອຍໂຕນ. ທ່ານ ຫງວຽນຫຶວເຊຍ ຜູ້ອຳນວຍການໃຫຍ່ບໍລິສັດ ຫຸ້ນສ່ວນທ່າກຳປັ່ນ ດາໜັງ ໃຫ້ຮູ້ວ່າ:

“ຖ້ຽວຂົນສົ່ງຍີ່ປຸ່ນ ແມ່ນໄປຍີ່ປຸ່ນໂດຍກົງ, ເຮັດໃຫ້ໄລຍະເວລາໃນການເດີນທາງຈາກດາໜັງໄປຮອດຍີ່ປຸ່ນ ສັ້ນລົງ. ເມື່ອກ່ອນການເດີນທາງຕ້ອງໃຊ້ເວລາ 12 ວັນ ແຕ່ດຽວນີ້ໃຊ້ເວລາພຽງແຕ່ 7 ວັນເທົ່ານັ້ນ. ເຊິ່ງເຮັດໃຫ້ສິນຄ້າທົ່ວທັງບໍລິເວນພາກກາງ, ພິເສດແມ່ນສິນຄ້າທີ່ສົ່ງໄປຍັງ ຍີ່ປຸ່ນ ຈະຂົນສົ່ງເຂົ້າມາທ່າກຳປັ່ນດາໜັງ”.

ປີ 2018, ປະລິມານສິນຄ້າຜ່ານທ່າກຳປັ່ນດາໜັງ ມີຫຼາຍກວ່າ 6.8 ລ້ານໂຕນ. ຄາດວ່າ ໃນປີ 2019, ທ່າກຳປັ່ນ ດາໜັງ ຈະຮັບສິນຄ້າປະມານ 9 ລ້ານໂຕນ.

ຕອບກັບ

ຂ່າວ/ບົດ​ອື່ນ