ທ່າກ່ຳປັ່ນດ່ານັ້ງ ສູ້ຊົນຂົນສົ່ງສິນຄ້າຜ່ານທ່າກ່ຳປັນໃຫ້ບັນລຸ 12,5 ລ້ານໂຕນ

(VOVWORLD) -ປີ 2020, ທ່າກ່ຳປັ່ນດ່ານັ້ງ ໄດ້ເປີດນຳໃຊ້ສູນບໍລິຫານ ແລະ ຂຸດຂົ້ນຄອນແທນເນີ ດ້ວຍລະບົບກ່າກ່ຳປັນເອເລກໂຕນິກ, ຫຼຸດຜ່ອນເວລາລໍ້ຖາລົງ ແລະ ຫຼຸດຜ່ອນລາຍຈ່າຍໃຫ້ແກ່ລູກຄ້າ.
ທ່າກ່ຳປັ່ນດ່ານັ້ງ ສູ້ຊົນຂົນສົ່ງສິນຄ້າຜ່ານທ່າກ່ຳປັນໃຫ້ບັນລຸ 12,5 ລ້ານໂຕນ - ảnh 1(ທ່າກ່ຳປັ່ນດ່ານັ້ງ)

ຕອນທ່ຽງວັນທີ 12 ມັງກອນ (ວັນທີ 1 ເດືອນຈຽງໄລ່ຕາມຈັນທະປະຕິທິນ), ທ່າກ່ຳປັ່ນດ່ານັ້ງ ໄດ້ຕ້ອນຮັບກ່ຳປັ່ນ 3 ລຳທຳອິດເຂົ້າທຽບທ່າ ຕຽນຊາ, ດ່ານັ້ງ ສົ່ງອອກ - ນຳເຂົ້າສິນຄ້າໃນປີສະຫຼູ 2021.

   ປີ 2020, ເຖິງວ່າຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19, ພາຍຸນ້ຳຖ້ວມກໍ່ຕາມ, ແຕ່ປະລິມານສິນຄ້າຜ່ານທ່າກ່ຳປັ່ນດ່ານັ້ງ ກໍ່ບັນລຸ 11,4 ລ້ານໂຕນ, ເຕີບໂຕ 17% ເມື່ອທຽບໃສ່ປີ 2019. ປີ 2020, ທ່າກ່ຳປັ່ນດ່ານັ້ງ ໄດ້ເປີດນຳໃຊ້ສູນບໍລິຫານ ແລະ ຂຸດຂົ້ນຄອນແທນເນີ ດ້ວຍລະບົບກ່າກ່ຳປັນເອເລກໂຕນິກ, ຫຼຸດຜ່ອນເວລາລໍ້ຖາລົງ ແລະ ຫຼຸດຜ່ອນລາຍຈ່າຍໃຫ້ແກ່ລູກຄ້າ. ປີ 2021, ທ່າກ່ຳປັ່ນດ່ານັ້ງ ສູ້ຊົນຂົນສົ່ງສິນຄ້າໃຫ້ບັນລຸ 12,5 ລ້ານໂຕນ.

    ສ່ວນຢູ່ນະຄອນໂຮ່ຈີມິນ, ຕອນຄ່ຳວັນທີ 11 ກຸມພາ, ບໍລິສັດ ເຕີນກາງໂຊງ່ອນ ໄດ້ຕ້ອນຮັບ ຄອນແທນເນີ ທຳອິດຂົນສົ່ງຜ່ານທ່າກ່ຳປັ່ນໃນປີສະຫຼູ 2021.

ຕອບກັບ

ຂ່າວ/ບົດ​ອື່ນ