ທ້າຍປີ2015ຈະປະຕິບັດບົດລາຍງານຫວຽດນາມປີ2030ກ່ຽວກັບການພັດທະນາແບບຍືນຍົງສຳເລັດຜົນ

ທ້າຍປີ2015ຈະປະຕິບັດບົດລາຍງານຫວຽດນາມປີ2030ກ່ຽວກັບການພັດທະນາແບບຍືນຍົງສຳເລັດຜົນ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: V.Hiếu)

(vovworld) –  ຕອນ​ບ່າຍ​ວັນ​ທີ 9/9, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ, ປະທານ​ສະພາ​ແຫ່ງ​ລັດກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​​ແກ້ງ​ແຍ້​ງພ້ອມ​ກັບ​ທ່ານ Axel van Trotsenburg, ຮອງ​ປະທານ​ທະນາຄານ​ໂລກ (WB), ​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງ​ທີ 1 ກ່ຽວ​ກັບ​ບົດ​ລາຍ​ງານ ຫວຽດນາມ 2030. ບົດ​ລາຍ​ງານ​ຂອງ​ທະນາຄານ​ໂລກ​ທີ່​ກອງ​ປະຊຸມ​ໃຫ້​ເຫັນ​ວ່າ: ​ໃນ​ໄລຍະ 20 ປີຜ່ານມ​າ, ​ເສດຖະກິດ ຫວຽດນາມ ​ເຕີບ​ໂຕ​ສະ​ເລ່ຍ 5,7%/ປີ, ຢື່ນ​ອັນ​ດັບ 2 ​ໃນ​ໂລກ. ຖ້າ​ຫາກ ຫວຽດນາມ ຢາກ​ພັດທະນາ​ທ່ວງທັນ​ກັບ​ບັນດາ​ພື້ນຖານ​ເສດຖະກິດ​ຄື: ສ. ​ເກົາຫຼີ, ​ໄຕ​ຫວັນ (​ປະ​ເທດ ຈີນ) ຕ້ອງ​ຮັກສາ​ລະດັບ​ເຕີບ​ໂຕ​ສະ​ເລ່ຍ 9%/ປີ ​ໃນ​ໄລຍະ 20 ປີ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຮຽກ​ຮ້ອງ​ໃຫ້ກະຊວງ​ແຜນການ ​ແລະ ກາ​ນລົງທຶນ, ສະພາ​ແຫ່ງ​ລັດ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ​ເປັນ​ເຈົ້າ​ການສົມທົບ​ກັບ​ທະນາຄານ​ໂລກ, ບັນດາ​ອົງກາ​ນຈັດ​ຕັ້ງ​ສາກົນ, ກໍ່​ສ້າງ ​ແລະ ຍື່ນ​ສະ​ເໜີ​ລັດຖະບານປະກາດ​ໃຊ້ມະຕິກ່ຽວ​ກັບ​ບັນດາ​ໜ້າ​ທີ່, ມາດ​ຕະການ​ຕົ້ນຕໍ​​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ​ແຫ່ງ​ຊາດ, ຍົກ​ອອກ​ບັນດາ​ມາດຖານ, ຈຸດໝາຍ, ໜ້າ​ທີ່, ວິວັດ​ການ ກໍ່​ຄື​ຄວາມ​ຮັບຜິດຊອບ​ລະອຽດ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສ້າງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະກດິສະດວກ​ກ່ວາ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ.

    ຄາດ​ວ່າ, ບົດ​ລາຍການ​ຫວຽດນາມ 2030 ຈະ​ປະຕິບັດ​ສຳ​ເລັດ​ໃນ​ທ້າຍ​ປີ 2015.


ຂ່າວ/ບົດ​ອື່ນ