ທາດ ງິງ​ຟອງ (ຝູ​ອຽນ) ໄດ້​ຮັບ​ການ​ຄັດ​ເລືອກ​ແມ່ນ ​ກິດ​ຈະ​ກຳ ທ່ອງ​ທ່ຽວ​ແຖວ​ໜ້າ​ໂລກ 2023

(VOVWORLD) - ສອງທາດ ງິງຝອງ ແມ່ນສັນຍາລັກ ໃຫ້ແກ່ນ້ຳໃຈສາມັກຄີຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຫວຽດນາມ. ທາດ ງິງຝອງຕັ້ງຢູ່ໃຈກາງຂອງສວນສາທາລະນະທະເລ ນະຄອນ ຕຸຍຮ່ວາ.
ທາດ ງິງ​ຟອງ (ຝູ​ອຽນ) ໄດ້​ຮັບ​ການ​ຄັດ​ເລືອກ​ແມ່ນ ​ກິດ​ຈະ​ກຳ ທ່ອງ​ທ່ຽວ​ແຖວ​ໜ້າ​ໂລກ 2023 - ảnh 1ທາດ ງິງຟອງ (ຝູອຽນ) 

ຄະນະຈັດຕັ້ງ World Travel Awards ຫາກໍ່ປະກາດການຄັດເລືອກ “ທາດງິງຟອງ, ນະຄອນ ຕຸຍຮ່ວາ, ແຂວງ ຝຸອຽນ ຫວຽດນາມ ໄດ້ຮັບລາງວັນ World’s Leading City Monuments 2023 ”. ທາດ ງິງຝອງ ຢູ່ນະຄອນ ຕຸຍຮ່ວາ, ແຂວງ ຝຸອຽນ ໂດຍໄດ້ຮັບການອອກແບບຢ່າງກົມກຽວດ້ວຍທິວທັດທຳມະຊາດຢູ່ບິ່ນອ້ອມ ເຊິ່ງໄດ້ເອົາຂໍ້ລິເລີ່ມມາຈາກ ເທບນິຍາຍ ລາກລອງກວນ - ເອົາເກີ. ສອງທາດ ງິງຝອງ ແມ່ນສັນຍາລັກ ໃຫ້ແກ່ນ້ຳໃຈສາມັກຄີຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຫວຽດນາມ. ທາດ ງິງຝອງຕັ້ງຢູ່ໃຈກາງຂອງສວນສາທາລະນະທະເລ ນະຄອນ ຕຸຍຮ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ