ທ່ານ Antonio Guterres ເລຂາທິການໃຫຍ່ຄົນໃໝ່ໃຫ້ຄຳໝັ້ນສັນຍາປະຕິຮູບສະຫະປະຊາຊາດ

ທ່ານ Antonio Guterres ເລຂາທິການໃຫຍ່ຄົນໃໝ່ໃຫ້ຄຳໝັ້ນສັນຍາປະຕິຮູບສະຫະປະຊາຊາດ - ảnh 1
ທ່ານ Antonio Guterres
(ພາບ: moroccoworldnews)

(vovworld) - ຕອນ​ເຊົ້າ​ວັນ​ທີ 12/12 (ຕາມ​ເວລາ ນິວຢ໋ອກ) ທ່ານ Antonio Guterres ອະດີດ​ນາຍົກລັດຖະມົນຕີ ປ໋ອກຕູຍ​ການ ສາບານ​ຕົວ​​ຮັບ​ດຳລົງຕຳ​ແໜ່​ງ​ເປັນ​ເລຂາທິການ​ໃຫຍ່​​ສະຫະ​ປະຊາ​ຊາດຜູ້​ທີ 9. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Antonio Guterres ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ດຳ​ເນີນ​ການ​ປະຕິ​ຮູບການ​ຄຸ້ມ​ຄອງ ​ເພື່ອ​ຮັບປະກັນ​ວ່າ: ສະຫະ​ປະຊາ​ຊາດ​ສາມາດ​ເຄື່ອນ​ໄຫວ​ຢ່າງ “ວ່ອງ​ໄວ, ມີ​ປະສິດທິ​ຜົນ ​ແລະ ມີ​ສະມັດ​ຕະພາບ”. ຕາມ​ທ່ານ​ເລຂາທິການ​ໃຫຍ່​ຄົນ​ໃໝ່​ແລ້ວ ບຸລິມະສິດ​ຂອງ​ສະຫະ​ປະຊາ​ຊາດ​ແມ່ນ​ແກ້​ໄຂ​ບັນດາ​ບັນຫາກົກ​ເຄົ້າ​ຂອງການ​ທ້າ​ທາ​ຍນາ​ນາ​ປະການ​ທີ່ພວມ​ວາງ​ອອກ​ສຳລັບ 3 ​ເສົ້າ​ຄ້ຳ​​ຂອງ​ສະຫະ​ປະຊາ​ຊາດ​ແມ່ນ: ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ, ການພັດທະນາ​ແບບ​ຍືນ​ຍົງ ​ແລະ ສິດທິ​ມະນຸດ. ທ່ານ Guterres ຈະຕ້ອງ​ຊອກ​ຫາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢູ່​ລະດັບ​ໃດ​ໜຶ່ງ ທີ່​ສະພາ​ຄວາມ​ໝັ້ນຄົງກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ເສິກ​ກາງ​ເມືອງ​ທີ່​ແກ່ຍາ​ວ​ເກືອ​ບ 6 ປີຜ່ານມາ​ຢູ່ ຊີຣີ; ​ເພີ່ມ​ທະວີການ​ແຊກ​​ແຊງ​​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ຢ່າງ​​ເຖິງ​ຖອງ; ຊອກ​ຫາ​ມາດ​ຕະການ​​ແກ້​ໄຂໃຫ້​ແກ່​ໂຄງການ​ນິວ​ເຄຼຍຂອງ ສປປ.​ເກົາຫຼີ; ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສິ່ງ​ແວດ​ລ້ອມ, ການ​ອົບ​ພະຍົບ ​ແລະ ຄວບ​ຄຸມ​ຊາຍ​ແດນ.

 

 

 

ຂ່າວ/ບົດ​ອື່ນ