ທ່ານ Barack Obama ດຳ​ເນີນ​ພິທີ​ສະບານ​ຮັບ​ ດຳລົງ​ຕຳ​ແໜ່​ງອາຍຸ​ການ​ທີ 2

ທ່ານ Barack Obama ດຳ​ເນີນ​ພິທີ​ສະບານ​ຮັບ​ ດຳລົງ​ຕຳ​ແໜ່​ງອາຍຸ​ການ​ທີ 2  - ảnh 1

(ພາບ:laodong.com.vn)

(vovworld): ຕອນ​ທ່ຽງວັນ​ທີ 21/1, ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ດຳ​ເນີນ​ພິທີ​ສະບານ​ຮັບ​ດຳລົງ​ຕຳ​ແໜ່​ງ​ອາ​ຍຸ​ການ 4 ປີ ຄັ້ງ​ທີ 2 ຢ່າງເປັນທາງການ, ​ໂດຍ​ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານ​ຂອງ​ແຂກ​ຖືກ​ເຊີນ 1.600 ທ່ານ. ທ່ານ Charles Schumer ສະມາຊິກ​ສະພາ​ສູງ​ພັກ​ປະຊາທິປະ​ໄຕ ​ເປັນ​ປະທານ​ພິທີ​ໃນ​ຖານະ​ແມ່ນ​ປະທານ​ຄະນະ​ກຳມະການ​ປະສົມ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ພິທີຮັບ​ດຳລົງ​ຕຳ​ແໜ່​ງ​.

   ​ໃນສູນ​ທອນ​ພົດ​ອ່ານ​ທີ່​ພິທີ​ສະບານ​ຮັບ​ດຳລົງ​ຕຳ​ແໜ່​ງ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ບໍ່​ຍົກ​ອອກ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ລະອຽດ ຊື່​ງອຳນາດ​ການ​ປົກຄອງ​ຂອງ​ທ່ານ​ຈະ​ປະຕິບັດ​ໃນ 4 ປີ​ຂ້າງ​ໜ້າ ຫາກ​ໄດ້​ສຸມ​ໃສ່​ເນັ້ນໜັກ​ເຖິງ​ມູ​ນເຊື້ອກໍ່​ຄື​ຄວາມ​ຈຳ​ເປັນ​ຕ້ອງ​ສາມັກຄີ ​ເປັນເອກະ​ພາບ​ເພື່ອ​ພ້ອມ​ກັນ​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່​ຮັກສາ​ບົດບາດ​ທີ 1 ຂອງອາ​ເມ​ລິ​ກາ ນັບທັງ​ດ້ານ​ເສດຖະກິດ ​ແລະ ຂົງ​ເຂດ​ຕ່າງໆ. ພາຍຫຼັງພິທີ​ສະບານ​ຮັບ​ດຳລົງ​ຕຳ​ແໜ່​ງ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ລົງ​ນາມ​ໃນ​ບັນດາ​ເອກະສານ​ສຳຄັນ​ທາງ​ການ ຍື່ນ​ສະ​ເໜີ​ບັນດາ​ຂໍ້​ຕົກລົງສະ​ເໜີ​ແຕ່ງ​ຕັ້ງ​​ບັນດາ​ຕຳ​ແໜ່​ງຫຼັກ​ແຫຼ່ງ​ໃນ​ອຳນາດ​ການ​ປົກຄອງຕໍ່​ສະພາ​ສູງ​ອາ​ເມ​ລິ​ກາ ຊື່​ງຕາມ​ນັ້ນ​ແລ້ວ, ທ່ານ John Brennan ​ເປັນ​ຜູ້ອຳນວຍການ​ອົງການ​ສືບ​ລາຊະການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ (CIA), ທ່ານ​ອະດີ​ດສະມາຊິກ​ສະພາ​ສູງ Chuck Hagel ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານສະມາຊິກ​ສະພາ​ສູງ John Kerry ​ເປັນ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ​ແລະ ທ່ານ Jack Lew ​ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ.

 

 

 

ຂ່າວ/ບົດ​ອື່ນ