ທ່ານ Biden ເລືອກເອົາ ທ່ານ​ນາງ Kamala Harris ສະມາຊິກສະພາສູງ ເປັນຊື່ຮ່ວມ​ຫາ​ສຽງ​ເລືອກ​ຕັ້ງ

(VOVWORLD) -ທ່ານ Biden ແລະ ທ່ານນາງ Harris ຈະພ້ອມກັນປະກົດຕົວໃນວັນທີ 12 ສິງຫາ ແນໃສ່ຮ່ວມກັນຖະແຫຼງຫາສຽງເລືອກຕັ້ງພາຍໃຕ້ຄະຕິທຳຕໍ່ສູ້ເພື່ອບັນດາຄອບຄົວຊຽວຜູ້ອອກແຮງງານແນໃສ່ນຳປະເທດ ອາເມລິກາ ກ້າວຂຶ້ນໄປຂ້າງໜ້າ.
ທ່ານ Biden ເລືອກເອົາ ທ່ານ​ນາງ Kamala Harris ສະມາຊິກສະພາສູງ ເປັນຊື່ຮ່ວມ​ຫາ​ສຽງ​ເລືອກ​ຕັ້ງ - ảnh 1 ທ່ານນາງ Kamala Harris ສະມາຊິກສະພາສູງ  (ພາບ: AFP/TTXVN)

ໃນວັນທີ 11 ສິງຫາ ທ່ານ Joe Biden ຜູ້ສະໝັກເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕ ອາເມລິກາ ແຈ້ງລາຍຊື່ຮ່ວມຫາສຽງເລືອກຕັ້ງຂອງຕົນແມ່ນ  ທ່ານນາງ Kamala Harris ສະມາຊິກສະພາສູງ, ເປັນໜຶ່ງໃນບັນດາຜູ້ທີ່ ທ່ານ Biden ຕີລາຄາວ່າແມ່ນ “ຮັບໃຊ້ມະຫາຊົນເປັນຢ່າງດີທີ່ສຸດຂອງປະເທດ”. ທ່ານ Biden ແລະ ທ່ານນາງ Harris ຈະພ້ອມກັນປະກົດຕົວໃນວັນທີ 12 ສິງຫາ ແນໃສ່ຮ່ວມກັນຖະແຫຼງຫາສຽງເລືອກຕັ້ງພາຍໃຕ້ຄະຕິທຳຕໍ່ສູ້ເພື່ອບັນດາຄອບຄົວຊຽວຜູ້ອອກແຮງງານແນໃສ່ນຳປະເທດ ອາເມລິກາ ກ້າວຂຶ້ນໄປຂ້າງໜ້າ.

ທ່ານນາງ Harris ເຄີຍເປັນໜຶ່ງໃນບັນດາຄູ່ຕໍ່ສູ້ຂອງ ທ່ານ Biden ໃນການຊ່ວງເສັງຍາດເອົາຕົວເລກອອກສະໝັກເລືອກຕັ້ງຢ່າງເປັນທາງການຂອງພັກປະຊາທິປະໄຕ. ທ່ານນາງ Harris ໄດ້ກາຍເປັນແມ່ຍິງຜິວດຳຄົນທຳອິດທີ່ໄດ້ຄັດເລືອກເປັນຜູ້ອອກສະໝັກເລືອກຕັ້ງຮອງປະທານາທິບໍດີ ອາເມລິກາ.

ທ່ານນາງ Harris, ອາຍຸ 55ປີ, ເຄີຍເປັນຜູ້ທີ່ຫາກໍໍ່ມີຊື່ສຽງໃນພັກປະຊາທິປະໄຕນັບແຕ່ໄດ້ເລືອກຕັ້ງເຂົ້າໃນສະພາສູງ ປີ 2016 ແລະ ຖະແຫຼງອອກຫາສຽງເລືອກຕັ້ງໃນປີ 2019. ເປັນແມ່ຍິງຜິວດຳ, ເຄີຍເປັນຜູ້ສະໝັກເລືອກຕັ້ງຫຼັກຂອງພັກປະຊາທິປະໄຕ, ທ່ານນາງ Harris ຖືວ່າ ມີບົດບາດພິເສດສະເພາະເພື່ອສ້າງຄວາມສຸດໃຈພາຍໃນພັກປະຊາທິປະໄຕເຊິ່ງທ່ານ Biden ຕ້ອງການ.

ຕອບກັບ

ຂ່າວ/ບົດ​ອື່ນ