ທ່​ານ B.Netanyahu ຮັບ​ດຳ​ລົງ​ຕຳ​ແໜ່ງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ສະ​ລາ​ແອັນ

(VOVWORLD) -ວັນທີ 29 ທັນວາ, ທ່ານ Benjamin Netanyahu ໄດ້ສາບານຕົວຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຂອງ ອິດສະລາແອັນ. ທ່ານຈະນຳພາລັດຖະບານທີ່ໄດ້ຮັບວ່າ ຂວາສຸດໃນປະຫວັດສາດປະເທດນີ້.
ທ່​ານ B.Netanyahu ຮັບ​ດຳ​ລົງ​ຕຳ​ແໜ່ງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ສະ​ລາ​ແອັນ - ảnh 1ທ່ານ B.Netanyahu ນາຍົກລັດຖະມົນຕີ ອິນສະລາແອັນ ກ່າວຄຳເຫັນທີ່ສະພາແຫ່ງຊາດ ອິດສະລາແອັນ (ພາບ: AFP/TTXVN)

ກ່ອນໜ້ານັ້ນໜຶ່ງວັນ, ສະພາແຫ່ງຊາດ ອິດສະລາແອັນ ໄດ້ໃຫ້ສັດຕະຍາບັນເອົາບັນຊີລາຍຊື່ ສະມາຊິກຄະນະລັດຖະບານຊຸດໃໝ່ ຂອງທ່ານ ດ້ວຍບັດສະໜັບສະໜູນ 63 ບັດ ໃນຈຳນວນທັງໝົດ 120 ບັດ. ທ່ານ Netanyahu ໄດ້ປະກາດການກຳນົດທິດໃຫ້ບຸລິມະສິດນະໂຍບາຍໃນໄລຍະຈະມາເຖິງ, ລວມມີ 3 ໜ້າທີ່ໃຫຍ່ທີ່ກ່ຽວຂ້ອງເຖິງການພັດທະນາພື້ນຖານໂຄງລ່າງແຫ່ງຊາດ - ສຸມໃສ່ບັນຫາເຊື່ອມຕໍ່ເຂດອ້ອມນອກ ເຂົ້າໃຈກາງຂອງປະເທດ, ຟື້ນຟູຄວາມໝັ້ນຄົງພາຍໃນປະເທດ ແລະ ການບໍລິຫານລັດ ຂອງອິດສະລາແອັນ. ໝາກຜົນໃນການເລືອກຕັ້ງຂອງວັນທີ 1 ພະຈິກຜ່ານມາ ໄດ້ນຳ 64 ທີ່ນັ່ງໃນຈຳນວນ 120 ທີ່ນັ່ງຂອງສະພາແຫ່ງຊາດມາໃຫ້ຝ່າຍຂວາຂອງທ່ານ Netanyahu, ລື່ນກາຍລະດັບເຄິ່ງໜຶ່ງທີ່ຈຳເປັນເພື່ອສ້າງຕັ້ງລັດຖະບານຊຸດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ