ທ່ານ Chris Hipkins ​ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ

(VOVWORLD) -ວັນທີ 25 ມັງກອນ, ທ່ານ Chris Hipkins ໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ນິວຊີແລນ ແທນໃຫ້ທ່ານນາງ Jacinda Ardern ເຊິ່ງໄດ້ຖະແຫຼງລາອອກຈາກຕຳແໜ່ງໃນອາທິດແລ້ວນີ້.
ທ່ານ Chris Hipkins ​ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ - ảnh 1ທ່ານ Chris Hipkins ໃຫ້ຮູ້ວ່າ ນີ້ແມ່ນສິ່ງພິເສດ ແລະ ແມ່ນຄວາມຮັບຜິດຊອບໃຫຍ່ຫຼວງທີ່ສຸດໃນຊີວິດຂອງທ່ານ (ພາບ: CNN)

ກ່າວຄຳເຫັນພາຍຫຼັງເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ ຢູ່ ທຳນຽບຜູ້ມີອຳນາດເຕັມແຫ່ງ ນິວຊີແລນ ຢູ່ Wellington, ທ່ານ Chris Hipkins ໃຫ້ຮູ້ວ່າ ນີ້ແມ່ນສິ່ງພິເສດ ແລະ ແມ່ນຄວາມຮັບຜິດຊອບໃຫຍ່ຫຼວງທີ່ສຸດໃນຊີວິດຂອງທ່ານ.

        ທ່ານນາຍົກລັດຖະມົນຕີ Hipkins ມີອາຍຸ 44 ປີ ແລະ ໄດ້ຮັບຖືວ່າເປັນນັກວາງແຜນນະໂຍບາຍຮັບມືກັບໂລກລະບາດໂຄວິດ - 19 ຂອງ ນິວຊີແລນ ແລະ ໄດ້ຮັບຄຳຍ້ອງຍໍຊົມເຊີຍ ເມື່ອປະຕິບັດໜ້າທີ່ດັ່ງກ່າວ.

        ວົງການນັກສັງເກດການ ຖືວ່າ ໜ້າທີ່ໃຫຍ່ຫຼວງທີ່ສຸດຂອງທ່ານນາຍົກລັດຖະມົນຕີຄົນໃໝ່ Hipkins ແມ່ນຊອກຫາວິທີຟື້ນຟູການຫາສຽງສະໜັບສະໜູນຕໍ່ອຳນາດການປົກຄອງ ທີ່ພວມຖືກຫຼຸດລົງຕໍ່ໜ້າການເລືອກຕັ້້ງທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ