ທ່ານ Donal Trump ໄດ້​ຮັບ​ການ​ສະ​ເຫ​ນີ​ຈາກ​ພັກ​ສາ​ທ​າ​ລະ​ນະ​ລັດ ອອກ​ມາແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

(VOVWORLD) - ທ່ານ Donald Trump ຈະມີບົດກ່າວປາໄສຮັບຮູ້ການສະເຫນີໃນວັນທີ 18 ກໍລະກົດ, ເຊິ່ງແມ່ນມື້ສຸດທ້າຍຂອງກອງປະຊຸມໃຫຍ່. ນີ້ແມ່ນຄັ້ງທີ 3 ທີທ່ານ Donald Trump ຕາງຫນ້າໃຫ້ພັກສາທາລະນະລັດ ອອກມາແຂ່ງຂັນເລືອກຕັ້ງປະທານາທິບໍດີ ນັບແຕ່ປີ 2016.
ທ່ານ Donal Trump ໄດ້​ຮັບ​ການ​ສະ​ເຫ​ນີ​ຈາກ​ພັກ​ສາ​ທ​າ​ລະ​ນະ​ລັດ ອອກ​ມາແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ - ảnh 1 ທ່ານ ອະດິດປະທານາທິບໍດີ ອາເມລິກາ Donald Trump (ພາບ:Xinhua)

ຢູ່ກອງປະຊຸມໃຫຍ່ທົ່ວປະເທດຂອງພັກສາທາລະນະລັດ ໄຂຂຶ້ນໃນວັນທີ 15 ກໍລະກົດ ຕາມເວລາທ້ອງຖິ່ນ ຢູ່ ນະຄອນ Milwaukee ລັດ Wisconsin, ອາເມລິກາ, ທ່ານ ອະດິດປະທານາທິບໍດີ ອາເມລິກາ Donald Trump ພ້ອມທັງແມ່ນຜູ້ອອກສະໝັກຮັບເລືອກຕັ້ງແຖວຫນ້າຂອງພັກນີ້ ໄດ້ຮັບການສະເຫນີຢ່າງເປັນທາງການເພື່ອອອກມາແຂ່ງຂັນເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນເດືອນ ພະຈິກປີນີ້. ທ່ານ Donald Trump ຈະມີບົດກ່າວປາໄສຮັບຮູ້ການສະເຫນີໃນວັນທີ 18 ກໍລະກົດ, ເຊິ່ງແມ່ນມື້ສຸດທ້າຍຂອງກອງປະຊຸມໃຫຍ່. ນີ້ແມ່ນຄັ້ງທີ 3 ທີທ່ານ Donald Trump ຕາງຫນ້າໃຫ້ພັກສາທາລະນະລັດ ອອກມາແຂ່ງຂັນເລືອກຕັ້ງປະທານາທິບໍດີ ນັບແຕ່ປີ 2016.  ກ່ອນຫນ້ານັ້ນໃນວັນດຽວກັນ, ກອງປະຊຸມໃຫຍ່ທົ່ວປະເທດຂອງພັກສາທາລະນະລັດ ໄດ້ໄຂຂຶ້ນໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 2.400 ຄົນໂດຍສຸມໃສ່ບັນດາຫົວຂໍ້ສະເພາະກອງປະຊຸມແມ່ນປິ່ນອ້ອມຄຳຂວັນ “ເຮັດໃຫ້ປະເທດ ອາເມລິກາ ກັບມາຍິ່ງໃຫຍ່ຄືນໃຫມ່” ຂອງທ່ານອະດິດປະທານາທິບໍດີ Donald Trump.

ນັກຂ່າວ VOV ຟ້າມຮວນ ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ