ທ່ານ Donald Trump ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ​ຜູ້​ທຳ​ອິດ​ຖືກ ກ່າວໂທດຢ່າງ​ເປັນ​ທາງ​ການສອງ​ຄັ້ງ​ໃນ​ອາ​ຍຸ​ການ​ໜຶ່ງ​

(VOVWORLD) -ມະຕິວ່າດ້ວຍການ ກ່າວໂທດຄັ້ງນີ້ ໂດຍ ພັກປະຊາທິປະໄຕແນະນຳຢູ່ສະພາຕ່ຳ ພາຍຫຼັງເຫດ ຜູ້ສະໜັບສະໜູນທ່ານ ປະທານາທິບໍດີ Donald Trump ກໍ່ຄວາມວຸນວາຍຈະລາຈົນ ຢູ່ສຳນັກງານຫໍສະພາແຫ່ງຊາດ ເຮັດໃຫ້ 5 ຄົນເສຍຊີວິດ ແລະ ກອງປະຊຸມກວດກາບັດເລືອກຕັ້ງ ປະທານາທິບໍດີ ອາເມລິກາ ແລະ ຮອງປະທານາທິບໍດີ ອາເມລິກາຖືກຕັດຕອນ.
ທ່ານ Donald Trump ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ​ຜູ້​ທຳ​ອິດ​ຖືກ ກ່າວໂທດຢ່າງ​ເປັນ​ທາງ​ການສອງ​ຄັ້ງ​ໃນ​ອາ​ຍຸ​ການ​ໜຶ່ງ​ - ảnh 1ທ່ານປະທານາທິບໍດີ ອາເມລິກາ  Donald Trump ຢູ່ທຳນຽບຂ່າວ (ພາບ: Reuters)

        ດ້ວຍບັດສະໜັບສະໜູນ 232 ບັດ ແລະ ບັດຄ້ານ 197 ບັດ, ວັນທີ 13 ມັງກອນ, ສະພາຕ່ຳອາເມລິກາ ໄດ້ຮັບຮອງເອົາມະຕິວ່າດ້ວຍການ ກ່າວໂທດ ທ່ານປະທານາທິບໍດີ ອາເມລິກາ  Donald Trump ຢ່າງເປັນທາງການ ດ້ວຍຄວາມຜິດໃນຂໍ້ຫາຍຸຍົງ ຜູ້ສະໜັບສະໜູນກໍ່ຄວາມວຸນວາຍ. ມີສະມາຊິກສະພາຕ່ຳພັກ ສາທາລະນະ ຂຶ້ນເຖິງ 10 ຄົນໄດ້ປ່ອນບັດສະໜັບສະໜູນໃຫ້ແກ່ມະຕິດັ່ງກ່າວ. ດັ່ງນັ້ນ, ທ່ານ Donald Trump ໄດ້ກາຍເປັນປະທານາທິບໍດີ ອາເມລິກາຜູ້ທຳອິດຖືກ ກ່າວໂທດ ສອງຄັ້ງ ໃນອາຍຸການໜຶ່ງ.

        ມະຕິວ່າດ້ວຍການ ກ່າວໂທດຄັ້ງນີ້ ໂດຍ ພັກປະຊາທິປະໄຕແນະນຳຢູ່ສະພາຕ່ຳ ພາຍຫຼັງເຫດ ຜູ້ສະໜັບສະໜູນທ່ານ ປະທານາທິບໍດີ Donald Trump ກໍ່ຄວາມວຸນວາຍຈະລາຈົນ ຢູ່ສຳນັກງານຫໍສະພາແຫ່ງຊາດ ເຮັດໃຫ້ 5 ຄົນເສຍຊີວິດ ແລະ ກອງປະຊຸມກວດກາບັດເລືອກຕັ້ງ ປະທານາທິບໍດີ ອາເມລິກາ ແລະ ຮອງປະທານາທິບໍດີ ອາເມລິກາຖືກຕັດຕອນ. ທ່ານ Donald Trump ຖືກກ່າວຫາວ່າ ໄດ້ມີຄຳປາໄສຍຸຍົງ ປຸກປັ່ນຜູ້ສະໜັບສະໜູນ ແລະ ກໍ່ຜົນຮ້າຍຢ້ອນຫຼັງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ