ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເດີນທາງອອກຈາກ ວໍຊິງຕັນ ໄປຍັງ ຫວຽດນາມ.

(VOVWORLD) -ວັນທີ 25 ກຸມພາຕາມເວລາທ້ອງຖິ່ນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເດີນທາງອອກຈາກ ວໍຊິງຕັນ ໄປຍັງ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 2 ກັບ ການນຳ ສປປ.ເກົາຫຼີ Kim Jong-Un.

ວັນທີ 25 ກຸມພາຕາມເວລາທ້ອງຖິ່ນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເດີນທາງອອກຈາກ ວໍຊິງຕັນ ໄປຍັງ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 2 ກັບ ການນຳ ສປປ.ເກົາຫຼີ Kim Jong-Un.  ທີ່ຖານທັບອາກາດ Andrews ໃກ້ກັບ ວໍຊິງຕັນ, ທ່ານ Donald Trump ໄດ້ຂຶ້ນເຮືອບິນ Air Force One ເພື່ອເລີ່ມຕົ້ນການເດີນທາງໄປຍັງ ຫວຽດນາມ. ທ່ານ Donald Trump ໄດ້ ປະກາດ ໃນໜັງສືອອນໄລ Twitter ສະແດງຄວາມປະເອີບໃຈ ຕໍ່ການພົບປະສຸດຍອດກັບ ການນຳ ສປປ.ເກົາຫຼີ Kim Jong-Un ຈະບັນລຸໝາກຜົນ.  

ເຮືອບິນຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ອາດຈະລົງຈອດສະໜາມບິນ ສາກົນ ໂນ້ຍບາຍ ຢູ່ຮ່າໂນ້ຍ ໃນຕອນຄ່ຳວັນທີ 26 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ