ທ່ານ Donald Tusk ຮັບໄຊຊະນະໃນການເລືອກຕັ້ງປະທານສະພາເອີລົບ ຄືນໃໝ່

ທ່ານ Donald Tusk ຮັບໄຊຊະນະໃນການເລືອກຕັ້ງປະທານສະພາເອີລົບ ຄືນໃໝ່ - ảnh 1
ທ່ານ Donald Tusk ໄດ້​ຮັບ​ໄຊຊະນະ​ໃນ
​ການ​ເລືອກ​ຕັ້ງ​ປະທານ​ສະພາ​ເອີ​ລົບ (EC)
(ພາບ: EPA/TTXVN)

(vovworld) - ວັນ​ທີ 09/03 ທ່ານ Donald Tusk ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານ​ສະພາ​ເອີ​ລົບ (EC) ຄືນ​ໃໝ່ ທີ່​ການ​ປ່ອນ​ບັດ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ ​ເອີ​ລົບ (ອີ​ຢູ) ດ້ວຍ​ບັດ​ສະໜັບ​ສະໜັບ​ຈຳນວນ​ຫລວງຫລາຍ. ກ່າວ​ຄຳ​ເຫັນ​ພາຍ​ຫລັງ​ໄດ້​ຮັບ​ໄຊຊະນະ​ໃນການ​ເລືອກ​ຕັ້ງ​ປະທານ​ສະພາ​ເອີ​ລົບ (EC) ຄືນ​ໃໝ່, ທ່ານ Donald Tusk ສະ​ແດງ​ຄວາ​ຫວັງ​ວ່າ ຈະ​ມານະ​ພະຍາຍາມ ​ເພື່ອ​ໃຫ້ ອີ​ຢູ ​ໄດ້​ດີ​ກ່ວາ. ​ໃນ​ຖະ​ແຫຼ​ງ​ການ​ໜຶ່ງທາງ​ເຄືອ​ຂ່າຍ​ສັງຄົມ Twitter, ທ່ານ Tusk ​ໄດ້: “ຂອບ​ໃຈ​ສະພາ​ເອີ​ລົບ ​ຍ້ອນ​ມີ​ຄວາມ​ໄວ​​້​ເນື້ອ​ເຊື່ອ​ໃຈ ​ແລະ ຕີ​ລາຄາ​ຢ່າງ​ຕັ້ງໜ້າ. ຂ້າພະ​ເຈົ້າ​ຈະ​ມານະ​ພະຍາຍາມ​ຢ່າງ​ສຸດຂີດ ​ເພື່ອ​ໃຫ​້ ອີ​ຢູ ​ໄດ້ດີກ່ວາ”.

        ​​ເລີ່​ມ​ຕົ້ນ​ວາລະ​ປະຊຸມ, ບັນດາ​ການ​ນຳ ​ເອີ​ລົບ ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​​ຕຳ​ແໜ່ງປະທານ EC. ໝາກຜົນ​ໄດ້​ຮັບ​ການປະກາດຫລັງ​ຈາກ​ນັ້ນ ສະ​ແດງ​ໃຫ້​ເຫັນວ່າ ທ່ານ Tusk ​ຍາດ​ໄດ້​ໄຊ​ຊະນະດ້ວຍ​ການ​ສະໜັບສະໜູນ​ຈາກ 27 ປະ​ເທດ​ສະມາຊິກ ອີ​ຢູ ​ແລະ ມີພຽງ​ປະ​ເທດ​ດຽວ​ຄັດຄ້ານ​ເທົ່າ​ນັ້ນ.

       

ຕອບກັບ

ຂ່າວ/ບົດ​ອື່ນ