ທ່ານ Erdogan ​ສືບ​ຕໍ່ຍາ​ດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີອີກ​​ສະ​ໜຶ່ງ​ຢູ່ ຕວັກ​ກີ

(VOVWORLD) - ທ່ານປະທານາທິບໍດີ ຍາດໄດ້ 52% ຈຳນວນບັດສະໜັບສະໜູນ, ເມື່ອທຽບໃສ່ 47,86% ເຊິ່ງຜູ້ສະໝັກເລືອກຕັ້ງຝ່າຍຄ້ານ Kilicdaroglu ບັນລຸໄດ້.
ທ່ານ Erdogan ​ສືບ​ຕໍ່ຍາ​ດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີອີກ​​ສະ​ໜຶ່ງ​ຢູ່ ຕວັກ​ກີ - ảnh 1 ຢູ່ Istanbul ປະຊາຊົນຫຼາຍຄົນພາກັນລົງຖະໜົນ ເພື່ອສະຫຼອງໄຊຊະນະຂອງທ່ານປະທານາທິບໍດີ Erdogan (ພາບ: aljazeera) 

ວັນທີ 28 ພຶດສະພາ, ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ຖະແຫຼງວ່າ ຍາດໄດ້ໄຊຊະນະພາຍຫຼັງ 99% ຈຳນວນບັດສະໜັບສະໜູນໃນການເລືອກຕັ້ງປະທານາທິບໍດີຮອບທີ 2 ທີ່ໄດ້ປະກາດ. ຕາມນັ້ນແລ້ວ, ທ່ານປະທານາທິບໍດີ ຍາດໄດ້ 52% ຈຳນວນບັດສະໜັບສະໜູນ, ເມື່ອທຽບໃສ່ 47,86% ເຊິ່ງຜູ້ສະໝັກເລືອກຕັ້ງຝ່າຍຄ້ານ Kilicdaroglu ບັນລຸໄດ້.

        ເມື່ອກ່າວຄຳເຫັນຕໍ່ໜ້າຜູ້ສະໜັບສະໜູນ ພາຍຫຼັງປະກາດຜົນການນັບບັດ, ທ່ານປະທານາທິບໍດີຖືວ່າ ໝາກຜົນການປ່ອນບັດຊີ້ໃຫ້ເຫັນວ່າ ຜູ້ມີສິດເລືອກຕັ້ງໄດ້ເຊື່ອໝັ້ນໃຫ້ທ່ານຮັບດຳລົງຕຳແໜ່ງບໍລິຫານປະເທດຊາດຕື່ມອີກ 5 ປີ.

        ຢູ່ Istanbul ແລະ ຫຼາຍນະຄອນ ຢູ່ ຕວັກກີ ປະຊາຊົນຫຼາຍຄົນພາກັນລົງຖະໜົນ ເພື່ອສະຫຼອງໄຊຊະນະຂອງທ່ານປະທານາທິບໍດີ Erdogan. ການນຳບາງປະເທດກໍໄດ້ສົ່ງສານອວຍພອນເຖິງທ່ານ Erdogan, ພ້ອມທັງສະແດງຄວາມຫວັງວ່າ ໃນສະໄໝໃໝ່ນີ້ ທ່ານຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ຕວັກກີ.


ຕອບກັບ

ຂ່າວ/ບົດ​ອື່ນ