ທ່ານ Ferdinand Marcos Jr ເຂົ້າ​ຮັ​ບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ

(VOVWORLD) -ວັນທີ 30 ມິຖຸນາ, ທ່ານ Ferdinand Marcos Jr, ອາຍຸ 64 ປີ, ໄດ້ສາບານຕົນເຂົ້າຮັບຕຳແໜ່ງປະທານາທິບໍດີ ຟີລິບປິນ ຢ່າງເປັນທາງການ.

ທ່ານ Ferdinand Marcos Jr ເຂົ້າ​ຮັ​ບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ - ảnh 1ທ່ານ Ferdinand Marcos Jr ເຂົ້າຮັບຕຳແໜ່ງປະທານາທິບໍດີ ຟີລິບປິນ
(ພາບ: Reuters/ Eloisa Lopez)

ໃນບົດກ່າວປາໄສເຂົ້າຮັບຕຳແໜ່ງຂອງຕົນຢູ່ ຫໍພິພິທະພັນແຫ່ງຊາດຢູ່ນະຄອນຫຼວງ ມານີລາ, ທ່ານ ປະທານາທິບໍດີ ຄົນໃໝ່ ໄດ້ໃຫ້ຄຳມັ້ນສັນຍາຊຸກຍູ້ການປະຕິຮູບການສຶກສາ, ປັບປຸງຄວາມສາມາດ, ສະໜອງທັນຍາຫານ, ຍົກສູງ ແລະ ສ້າງລະບົບພື້ນຖານໂຄງລ່າງໃໝ່, ແກ້ໄຂສິ່ງເສດເຫຼືອ, ຮັບປະກັນການສະໜອງພະລັງງານ ແລະ ໜູນຊ່ວຍໃຫ້ແກ່ກຳມະກອນຟີລິປິນຢູ່ຕ່າງປະເທດນັບຫຼາຍລ້ານຄົນຢ່າງຄົບຖ້ວນ.

ຕາມວົງການນັກໄຈ້ແຍກແລ້ວ, ຟີລິບປິນ ເຂົ້າສູ່ສັງກາດໃໝ່ ແລະ ປະທານາທິບໍດີ ຄົນທີ 17 ໃນປັດຈຸບັນຈະຕ້ອງມານະພະຍາຍາມເພື່ອເຮັດໃຫ້ຄຳໝັ້ນສັນຍາຫາສຽງຂອງຕົນໃຫ້ປະກົດຜົນເປັນຈິງ, ໃນສະພາບທີ່ ປະເທດພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນທາງດ້ານເສດຖະກິດ ຍ້ອນໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພະຍາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ