ທ່ານ F.Kishida ນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່ແຈ້ງໃຫ້ຊາບຈຸດເວລາດຳເນີນການເລືອກຕັ້ງທົ່ວປະເທດ

(VOVWORLD) -ທ່ານ Fumio Kishida ກໍ່ແຈ້ງໃຫ້ຊາບແຜນການສ້າງຄະນະກຳມະການມີໜ້າທີ່ຕີລາຄາບັນດາມາດຕະການ ເພື່ອແນໃສ່ບັນລຸໄດ້ລະດັບເຕີບໂຕເສດຖະກິດໃນຈຸດເວລາໂລກເລີ່ມຟື້ນຟູພາຍຫຼັງໂລກລະບາດໂຄວິດ-19
ທ່ານ F.Kishida ນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່ແຈ້ງໃຫ້ຊາບຈຸດເວລາດຳເນີນການເລືອກຕັ້ງທົ່ວປະເທດ - ảnh 1ທ່ານ F.Kishida ນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່
(ພາບ: Kyodo News)

ວັນທີ 04 ຕຸລາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຄົນໃໝ່ Fumio Kishida ແຈ້ງໃຫ້ຊາບວ່າ, ປະເທດນີ້ຈະດຳເນີນການເລືອກຕັ້ງທົ່ວປະເທດໃນວັນທີ 31 ຕຸລາ ຈະມາເຖິງ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຄັ້ງທຳອິດໃນຖານະເປັນນາຍົກລັດຖະມົນຕີ, ທ່ານ Fumio Kishida ໃຫ້ຮູ້ວ່າ ຈະຍຸບເລີກສະພາຕ່ຳໃນວັນທີ 14 ຕຸລາ, ວັນສິ້ນສຸດກອງປະຊຸມວິສາມັນໃນປະຈຸບັນຂອງສະພາແຫ່ງຊາດ ຍີ່ປຸ່ນ, ເປີດຊ່ອງທາງໃຫ້ແກ່ການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາໃນວັນທີ 31 ຕຸລາ. ບັ້ນຫາສຽງເລືອກຕັ້ງຈະເລີ່ມແຕ່ວັນທີ 19 ຕຸລາ. ທ່ານ Fumio Kishida ກໍ່ແຈ້ງໃຫ້ຊາບແຜນການສ້າງຄະນະກຳມະການມີໜ້າທີ່ຕີລາຄາບັນດາມາດຕະການ ເພື່ອແນໃສ່ບັນລຸໄດ້ລະດັບເຕີບໂຕເສດຖະກິດໃນຈຸດເວລາໂລກເລີ່ມຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ພ້ອມກັນນັ້ນທ່ານກໍ່ໃຫ້ຮູ້ວ່າ ຈະຊັ່ງຊາໜູນຊ່ວຍເງິນສົດໃຫ້ບັນດາຄອບຄົວຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ