ທ່ານ Francois Hollande ຍາດໄດ້ໄຊຊະນະໃນການ ເລືອກຕັ້ງປະທານາທິບໍດີ ຟລັ່ງ

ທ່ານ Francois Hollande ຍາດໄດ້ໄຊຊະນະໃນການ ເລືອກຕັ້ງປະທານາທິບໍດີ ຟລັ່ງ - ảnh 1
ທ່ານ Francois Hollande ​​ຍາດໄດ້​ໄຊຊະນະ​​ໃນກາ​ນ​ເລືອກ​ຕັ້ງ​ປະທານາທິບໍດີ​ຟລັ່ງ
( ພາບຈາກອີນເຕີແນດ )

( vovworld ) –   ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ພັກ​ສັງຄົມ, ທ່ານ Francois Hollande ​​ຍາດໄດ້​ໄຊຊະນະ​​ໃນກາ​ນ​ເລືອກ​ຕັ້ງ​ປະທານາທິບໍດີ​ຟລັ່ງ ​ໃນ​ການ​ເລືອກ​ຕັ້ງ​ຮອບ​ທີ 2 ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 6/5. ໝາກຜົນ​ຂອງ​ການກວດ​​ໃນ​ເບື້ອງ​ຕົ້ນ​ເຊິ່ງປະກາດ​ໃນ​ວັນ​ດຽວ​ກັນ​ຊີ້ໃຫ້​ເຫັນ​ວ່າ ທ່ານ Francois Hollande ​​ຍາດ​ໄດ້​ບັດ​ສະໜັບສະໜູນ​ແມ່ນ 51,05%, ​ສ່ວນ​ທ່ານ Nicolas Sarkozy ​ໄດ້​ຮັບ​ບັດ​ສະໜັບສະໜູນ​ພຽງ 48,95%.

        ທ່ານ Francois Hollande ​​​ໄດ້​ມີ​ບົດ​ກ່າວ​ປາ​​ໄສທຳ​ອິດ​​ເມື່ອຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍ​ດີ​ຟລັ່ງ. ທ່ານ​ໃຫ້​ຮູ້​ວ່າ ຈະ​ມານະ​ພະຍາຍາມ​ນຳ​ປະ​ເທດ​ຟລັ່ງ ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ, ​ໃນ​ຂະນະ​ທີ່​ຍັງ​ຄົງ​ຮັກສາ​ຄວາມສະ​ເໝີ​ພາບ​ດ້ານສາທາລະນະ​ສຸກ ​ແລະ ການ​ສຶກສາ.  ທ່ານ​​ເນັ້ນ​ໜັກ​ວ່າ; ໜ້າ​ທີ່​ທຳ​ອິດ​ຂອງ​ປະທານາທິບໍດີ​ຟລັ່ງ ​ແມ່ນ​ເຮັດ​ໃຫ້ທຸກໆ​ຄົນ​ພ້ອມ​ກັນ​ກະທຳເພື່ອ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທ້າຍ​ໃຫຍ່​​ໃນ​ຕໍ່ໜ້າ. ຕອບສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ສະໜັບ​ສະ​ໜູນ​ທ່ານ Hollande ​ຫຼາຍ​ຄົນໄດ້​ສະ​ແດງ​ຄວາມ​ປະເອີ​ບ​ໃຈຕໍ່ໜ້າ​ຄຳ​ສັນຍາ​ຂອງ​ທ່ານ ​Hollande.

    “ ຂ້າພະ​ເຈົ້າ​ສະໜັບສະໜູນ​ບັນດາ​ນະ​ໂຍບາຍ​ເຊິ່ງທ່ານ Hollande ​ໄດ້​ວາງ​ອອກ. ຖ້າ​ຫາກ​ປະຕິບັດ​ທຸກ​ວຽກ​ງານ​ໃນທັນທີ​ແມ່ນ​ຫຍຸ້ງຍາກ ​ແຕ່​ໃນ​​ໄລຍະ 5 ປີ ຂ້າພະ​ເຈົ້າ​ເຫັນ​ວ່າ​ຈະ​ມີ​ຄວາມ​ຫວັງ, ​ເຖິງ​​ແມ່ນວ່ານີ້​ແມ່ນ​ບັນດາຄວາມຫຍຸ້ງຍາກ​ໃນ​ສະພາບວິ​ກິດ​ການ​ລວ​ມຄື​ປະຈຸ​ບັນ ”

  ​​ແຕ່​ຍັງມີບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງພັດ​ສະ​ແດງ​ຄວາມ​ວິຕົກ​ກັງວົນຕໍ່​ໜ້າ​ທີ່ຮັບຜິດຊອບຂອງ​ທ່ານ​ປະທານາທິບໍດີ​ຟລັ່ງ ຄົນ​ໃໝ່ ​ເມື່ອ​​ເຫັນ​ວ່າ​ໜ້າ​ທີ່​​ໃນຕໍ່​ໜ້າ​ຂອງ​ປະ​ເທດ​ຟລັ່ງຍັງ​ມີ​​ວຽກ​ງານ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ.

  “ ຂ້າພະ​ເຈົ້າ​ຍາກ​ທີ່ຈະ​ມີ​ຄວາມ​ປະ​ເອີ​ບ​ໃຈ, ​ແຕ່​ກໍ່​ຕ້ອງ​ຮັບ​ຮູ້, ​ເພາະ​ນັ້ນ​ເປັນ​ການ​ເລືອກ​​ເຝັ້ນຂອງ​ປະຊາຊົນ​ຟລັ່ງ ​ແລະ ພວກ​ຂ້າພະ​ເຈົ້າ​ຕ້ອງຮັບ​ຮູ້​ຖ້າ​ຫາກ​ປະທານາທິບໍດີ​ຄົນ​ໃໝ່ບໍ່​ສາມ​າດ​ເຮັດ​ໄດ້​ທຸກ​ສິ່ງ​ທຸກຢ່າງ​ຄື​ດັ່ງ​ທີ່​ທ່ານ​​ໄດ້ໃຫ້​ຄຳ​ໝັ້ນສັນຍາ​ໃນ​ການ​ຂົນຂວາຍ​ເລືອກ​ຕັ້ງ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ປະຊາຊົນ​ຟລັ່ງ​ໄດ້​ເລືອກ​​ເຝັ້ນການ​ປ່ຽນ​ແປງ ​ແລະ ຖ້າ​ຫາກ​ການ​ປ່ຽນ​ແປງ​ມີ​ຄວາມ​ຕັ້ງໜ້າ​ຫຼື​ບໍ່​ກໍ​ຕ້ອງຍອມ​ຮັບ​​ ”.

ຄາ​ດວ່າການ​ມອບ​ສິດ​ອຳນາດ​ຂອງ​ປະທານ​ນາ​ທິບໍດີ​ຟລັ່ງ ຈະ​ເລີ່​ມຕົ້ນ​ໃນ​ຮອບ​ເວລາ 1 ອາທິດ.

ຂ່າວ/ບົດ​ອື່ນ