ທ່ານ Hoang Trung Hai ​​ເຮັດ​ວຽກ​ຢູ່​ແຂວງ Quang Ninh

ທ່ານ Hoang Trung Hai ​​ເຮັດ​ວຽກ​ຢູ່​ແຂວງ Quang Ninh - ảnh 1
ແຂວງ Quang Ninh

(ພາບ: edu.go.vn)

(vovworld)- ​ກ່າວ​ຄຳ​ເຫັນ​ສະຫລຸບ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ Quang Ninh ​ເມື່ອຕອນ​ບ່າຍ​ຂອງ​ວັນ​ທີ 3/6, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ສະ​ເໜີ​ວ່າ ​ແຕ່​ນີ້​ຮອດ​ທ້າຍ​ປີ, ​ແຂວງ Quang Ninh ຄວນ​ສືບ​ຕໍ່​ປະຕິບັດ​ມະຕິ​ເລກທີ 13 ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄື​ນ​ໃໝ່, ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມໃຫ້​ເປັນ​ຢ່າງ​ດີ. ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ​ໃສ່​ໃຈ​ວ່າ: ​ແຂວງ Quang Ninh ຄວນທາ​ບທ່າມບັນດາ​ຄຳ​ເຫັນ​ຂອງ​ກະຊວງ, ຄະນະ, ຂະ​ແໜງ​ການ​ສູນ​ກາງ ​ແລະ ​ເພີ່ມ​ເຕີມ​ບັນດາ​ການຄົ້ນຄ້ວາ​ເພື່ອ​ດຶງດູດ​ນັກ​ລົງທຶນ​​ໃຫ້​ໄດ້ຫຼາຍ​ຄົນ ​ແນ​ໃສ່​ສ້າງ​ເສດຖະກິດ​ໃຫ້​ມີປະສິດທິ​ຜົນສູງ. ທ່ານຮອງນາຍົກ ລັດຖະມົນຕີ Hoang Trung Hai ​ເນັ້ນໜັກ​ວ່າ:  “ພວກ​ເຮົາ​ໄດ້​ຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພາຍ​ໃນ​ ​ແຕ່​ກໍ່​ຕ້ອງ​ຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພາຍ​ນອກ ນັ້ນ​ແມ່ນ​ການ​ແລ​ກປ່ຽນ​ດ້ານ​ເສດຖະກິດ ​ເພື່ອ​ສ້າງ​ກາລະ​ໂອກາດ​ໃຫ້​ແຂວງ Quang Ninh  ​ເສີມ​ຂະຫຍາຍ​ທີ່​ຕັ້ງພູມ​ມີ​ສັນຖານດ້ານ​ເສດຖະກິດ. ​ເປັນ​ອັນວ່າ, ​ເມື່ອບັນດາ​ເຂດ​ເສດຖະກິດ​ຂອງ Quang Ninh ​​ໄດ້​ຮັບສ້າງ​ຂຶ້ນ​ຈະ​ສາມາດ​ປະຕິບັດ​ໄດ້.​ ​ໃນ​ການ​ຫັນປ່ຽນ​ແຫຼ່ງ​ເງິນ​ລົງທຶນ, ທາງ​ແຂວງ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີ​ສູງ, ​ຜະລິດ​ສົ່ງ​ອອທີ່ມີ​ການ​ຫັນປ່ຽນ​ຢ່າງໄວ“.

 

 


ຂ່າວ/ບົດ​ອື່ນ