ທ່ານ Joe Biden ລື່ນກາຍ​ທ່ານ Donald Trump 15 ຄະ​ແນນໃນ​ການ​ຢັ່ງ​ຫາງ​ສຽງ​​ໃນ​ທົ່ວ​ປະ​ເທດ

(VOVWORLD) -ໝາກຜົນຂອງການຢັ່ງຫາງສຽງໂດຍ Washington Post-ABC News ປະຕິບັດ ແລະ ປະກາດໃນວັນທີ 19 ກໍລະກົດໄດ້ ສະແດງໃຫ້ເຫັນວ່າ ມີ 55% ຜູ້ມີສິດເລືອກຕັ້ງ  ຖືວ່າ ຈະປ່ອນບັດໃຫ້ແກ່ທ່ານ ອະດີດຮອງປະທານາທິບໍດີ Joe Biden, ຖ້າຫາກວ່າ ການເລືອກຕັ້ງໄດ້ດຳເນີນໃນຈຸດເວລາຢັ່ງຫາງສຽງ
ທ່ານ Joe Biden ລື່ນກາຍ​ທ່ານ Donald Trump 15 ຄະ​ແນນໃນ​ການ​ຢັ່ງ​ຫາງ​ສຽງ​​ໃນ​ທົ່ວ​ປະ​ເທດ - ảnh 1ທ່ານ Joe Biden ຜູ້ສະໝັກເລືອກຕັ້ງ ປະທານາທິບໍດີ ຂອງພັກປະຊາທິປະໄຕ ແລະ ທ່ານ ປະທານາທິບໍດີ ອາເມລິກາ Doanld Trump

ທ່ານ Joe Biden ຜູ້ສະໝັກເລືອກຕັ້ງ ປະທານາທິບໍດີ ຂອງພັກປະຊາທິປະໄຕ ສາມາດສ້າງໄດ້ທີ່ຕັ້ງຢ່າງໜັກແໜ້ນໃນການແຂ່ງຂັນຫາສຽງເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ເມື່ອລື່ນກາຍທ່ານ ປະທານາທິບໍດີ ອາເມລິກາ Doanld Trump, ໂດຍເປັນຜູ້ສະໝັກເລືອກຕັ້ງຂອງພັກສາທາລະນະ ເຖິງ 15 ຄະແນນໃນທົ່ວປະເທດ. ໝາກຜົນຂອງການຢັ່ງຫາງສຽງໂດຍ Washington Post-ABC News ປະຕິບັດ ແລະ ປະກາດໃນວັນທີ 19 ກໍລະກົດໄດ້ ສະແດງໃຫ້ເຫັນວ່າ ມີ 55% ຜູ້ມີສິດເລືອກຕັ້ງ  ຖືວ່າ ຈະປ່ອນບັດໃຫ້ແກ່ທ່ານ ອະດີດຮອງປະທານາທິບໍດີ Joe Biden, ຖ້າຫາກວ່າ ການເລືອກຕັ້ງໄດ້ດຳເນີນໃນຈຸດເວລາຢັ່ງຫາງສຽງ, ໃນຂະນະນັ້ນ 40% ຜູ້ມີສິດເລືອກຕັ້ງໃຫ້ຮູ້ວ່າ ຈະສະໜັບສະໜູນທ່ານ ປະທານາທິບໍດີ ອາເມລິກາ Doanld Trump.

          ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ