ທ່ານ Joe Biden ໄດ້​ຮັບ​ໄຊ​ຊະ​ນະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ

(VOVWORLD) -ທ່ານ Joe Biden ຍາດໄດ້ທັງໝົດ 302 ບັດຈາກຄະນະຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ.
ທ່ານ Joe Biden ໄດ້​ຮັບ​ໄຊ​ຊະ​ນະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ - ảnh 1ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ອາເມລິກາ ສັງກັດພັກປະຊາທິປະໄຕ Joe Biden  (ພາບ: TTXVN)

ວັນທີ 14 ທັນວາ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ອາເມລິກາ ສັງກັດພັກປະຊາທິປະໄຕ Joe Biden  ຍາດໄດ້ບັດສະໜັບສະໜູນ 55 ບັດຈາກຄະນະຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ ຢູ່ ລັດ California, ເຊິ່ງເປັນລັດທີ່ມີພົນລະເມືອງຫຼາຍທີ່ສຸດຂອງປະເທດ ອາເມລິກາ, ລື່ນກາຍຈຳນວນບັດສະໜັບສະໜູນທີ່ຕ້ອງບັນລຸ 270 ບັດ ເພື່ອກາຍເປັນປະທານາທິບໍດີຜູ້ທີ 46 ຂອງ ອາເມລິກາ ຢ່າງເປັນທາງການ. ດ້ວຍໄຊຊະນະຢູ່ລັດ California, ທ່ານ Joe Biden ຍາດໄດ້ທັງໝົດ 302 ບັດຈາກຄະນະຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ.

        ກ່ອນໜ້ານັ້ນໃນວັນດຽວກັນ, ຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ 538 ຄະນະ ໄດ້ປ່ອນບັດເລືອກຕັ້ງປະທານາທິບໍດີ ອາເມລິກາ ຫັນໝາກຜົນການແຂ່ງຂັນເຂົ້າທຳນຽບຂາວ ປີ 2020 ເປັນໝາກຜົນທາງການ ພາຍຫຼັງ 50 ລັດ ແລະ ເຂດພິເສດ Columbia ຢັ້ງຢືນໝາກຜົນການເລືອກຕັ້ງ. ຜົນການປ່ອນບັດຂອງຄະນະຜູ້ມີສິດເລືອກຕັ້ງ ຈະໄດ້ຍື່ນສະເໜີຕໍ່ ສະພາແຫ່ງຊາດ, ເຊິ່ງສະພາສູງຈະໂຮມປະຊຸມໃນວັນທີ 6 ມັງກອນ ປີ 2021 ເພື່ອນັບບັດ ແລະ ປະກາດຢ່າງເປັນທາງການວ່າ ຜູ້ໃດຈະເປັນປະທານາທິບໍດີຜູ້ທີ 46 ຂອງປະເທດ ອາເມລິກາ. ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ຈະເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 20 ມັງກອນ 2021.


ຕອບກັບ

ຂ່າວ/ບົດ​ອື່ນ